ພາສາລາວ

ຄະນະຜູ້ແທນພັກກອມມູນິດຈີນເດີນທາງຢ້ຽມຢາມລາວ

cri2024-10-24 14:55:58
Share
Share this with Close
Messenger Pinterest LinkedIn

ລະຫວ່າງວັນທີ 22 ຫາ 24 ຕຸລານີ້, ທ່ານສູຊິ່ງຊ່ານ ກຳມະການສູນກາງພັກກອມມູນິດຈີນ ຫົວໜ້າສະຖາບັນຄົ້ນຄວ້າປະຫວັດສາດແລະເອກະສານພັກຂອງສູນກາງພັກກອມມູນິດຈີນໄດ້ນຳພາຄະນະຜູ້ແທນພັກກອມມູນິດຈີນເດີນທາງໄປຢ້ຽມຢາມລາວ, ເພື່ອເຂົ້າຮ່ວມການປາຖະໜາເນື້ອໃນຈິດໃຈກອງປະຊຸມຄົບຄະນະຄັ້ງທີ 3 ຂອງຄະນະກຳມະການສູນກາງພັກກອມມູນິດຈີນສະໄໝທີ 20, ໃຫ້ພະນັກງານພັກແລະລັດຂອງລາວ, ເຂົ້າຢ້ຽມຄຳນັບທ່ານບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ ຜູ້ປະຈຳການຄະນະເລຂາທິການສູນກາງພັກປະຊາຊົນປະຕິວັດລາວ ຮອງປະທານປະເທດລາວແລະຜູ້ນຳທ່ານອື່ນໆ, ລົງເລິກປາຖະກະຖາກ່ຽວກັບຈິດໃຈກອງປະຊຸມຄົບຄະນະຄັ້ງທີ 3 ຂອງຄະນະກຳມະການສູນກາງພັກກອມມູນິດຈີນສະໄໝທີ 20, ພ້ອມທັງແລກປ່ຽນຄວາມເຫັນຢ່າງເລິກເຊິ່ງກ່ຽວກັບການພົວພັນລະຫວ່າງຈີນ-ລາວ, ການໄປມາຫາສູ່ກັນລະຫວ່າງສອງພັກແລະອື່ນໆ.

ຝ່າຍລາວໄດ້ຕີລາຄາສູງຕໍ່ຜົນສຳເລັດກອງປະຊຸມຄົບຄະນະຄັ້ງທີ 3 ຂອງຄະນະກຳມະການສູນກາງພັກກອມມູນິດຈີນສະໄໝທີ 20 ທີ່ມີຄວາມໝາຍສຳຄັນຕໍ່ຈີນແລະຕໍ່ໂລກຂອງ, ພ້ອມທັງຍິນດີຮ່ວມກັບຈີນເພີ່ມທະວີການແລກປ່ຽນແລະຖອດຖອນບົດຮຽນເຊິ່ງກັນແລະກັນ, ລົງເລິກຊຸກຍູ້ການຮ່ວມກັນສ້າງປະຊາຄົມຮ່ວມຊາຕາກຳລາວ-ຈີນ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ໂພສເຕີຂອງຟິມສາລະຄະດີ "ເງົາມືດປົກຄຸມອູລຸມກີ"

123全文 3 下一页

Share this story on

Messenger Pinterest LinkedIn