ພາສາລາວ

ທ່ານເລືອງເກື່ອງໄດ້ຮັບເລືອກຕັ້ງເປັນປະທານປະເທດຫວຽດນາມຄົນໃໝ່

CRI2024-10-22 11:44:10
Share
Share this with Close
Messenger Pinterest LinkedIn

ວັນທີ 21 ຕຸລານີ້, ກອງປະຊຸມຄັ້ງທີ 8 ຂອງສະພາແຫ່ງຊາດຫວຽດນາມສະໄໝທີ 15 ໄດ້ລົງຄະແນນສຽງແລ້ວຕົກລົງວ່າ: ທ່ານເລືອງເກື່ອງ ກຳມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ ຜູ້ປະຈຳການຄະນະເລຂາທິການສູນກາງພັກໄດ້ຮັບເລືອກຕັ້ງເປັນປະທານປະເທດຫວຽດນາມຄົນໃໝ່, ວາລະດຳລົງຕຳແໜ່ງຮອດປີ 2026.

ຜົນການລົງຄະແນນສຽງສະແດງໃຫ້ເຫັນວ່າ: ຜູ້ແທນທີ່ເຂົ້າຮ່ວມກອງປະຊຸມທັງໝົດ 440 ທ່ານລ້ວນແຕ່ໄດ້ລົງຄະແນນສຽງເຫັນດີ, ກວມ 91,67% ໃນຜູ້ແທນທັງໝົດຂອງສະພາແຫ່ງຊາດຫວຽດນາມ.

ຫຼັງຈາກນັ້ນ, ທ່ານເລືອງເກື່ອງໄດ້ສາບານຕົວຂຶ້ນຮັບຕຳແໜ່ງ. ທ່ານກ່າວວ່າຈະປະຕິບັດໜ້າທີ່ຮັບຜິດຊອບຂອງປະທານປະເທດໃຫ້ດີ, ສືບຕໍ່ຮັກສາແລະເພີ່ມທະວີຄວາມສາມັກຄີລະດັບສູງພາຍໃນພັກ, ຮ່ວມກັບທົ່ວພັກທົ່ວກອງທັບສົ່ງເສີມກຳລັງຄວາມສາມັກຄີພາຍໃນຊາດ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

123全文 3 下一页

Share this story on

Messenger Pinterest LinkedIn