ພາສາລາວ

ປະທານາທິບໍດີອິນໂດເນເຊຍຄົນໃໝ່ສາບານຕົວຂຶ້ນຮັບຕຳແໜ່ງ

cri2024-10-20 16:07:22
Share
Share this with Close
Messenger Pinterest LinkedIn

ວັນທີ 20 ຕຸລານີ້, ທ່ານ ພຣາໂບໂວ ຊູບຽນໂຕ ປະທານາທິບໍດີອິນໂດເນເຊຍຄົນໃໝ່ໄດ້ສາບານຕົວຂຶ້ນຮັບຕຳແໜ່ງຢູ່ນະຄອນຫຼວງຈາກາຕາ, ກາຍເປັນປະທານາທິບໍດີຊຸດທີ 8 , ໄລຍະປະຕິບັດໜ້າທີ່ 5 ປີ.

ບຸກຄົນສຳຄັນດ້ານການເມືອງ ແລະ ຜູ້ຕາງໜ້າ 30 ກວ່າປະເທດໄດ້ເຂົ້າຮ່ວມພິທີຂຶ້ນຮັບຕຳແໜ່ງ. ທ່ານ ຮານເຈິ້ງ ຮອງປະທານປະເທດຈີນ, ໃນນາມຜູ້ຕາງໜ້າພິເສດຂອງທ່ານສີຈິ້ນຜິງ ປະທານປະເທດຈີນ ພ້ອມດ້ວຍ ທ່ານ ອັນວາ ອີບຣາຮິມ ນາຍົກລັດຖະມົນຕີມາເລເຊຍ, ທ່ານ ລາວເຣັນສ ວອງ ນາຍົກລັດຖະມົນຕີສິງກະໂປ, ທ່ານ ເຟີດີນາດ ມາໂຄສ ປະທານາທິບໍດີຟີລິບປິນ, ທ່ານ ຮຸນມາເນັດ ນາຍົກລັດຖະມົນຕີກຳປູເຈຍ ແລະ ທ່ານ ເດັນນິສ ມານຕູໂຣຟ ຮອງນາຍົກລັດຖະມົນຕີຜູ້ທີ 1 ຂອງຣັດເຊຍເປັນຕົ້ນໄດ້ເຂົ້າຮ່ວມພິທີດັ່ງກ່າວ.

ການເລືອກຕັ້ງປະທານາທິບໍດີອິນໂດເນເຊຍໄດ້ຈັດຂຶ້ນໃນວັນທີ 14 ກຸມພາ 2024, ວັນທີ 20 ມີນາ 2024, ຄະນະກຳມະການເລືອກຕັ້ງອິນໂດເນເຊຍໄດ້ປະກາດຜົນການປ່ອບບັດ ແລະ ສະແດງໃຫ້ເຫັນວ່າ ທ່ານ ພຣາໂບໂວ ຊູບຽນໂຕ ໄດ້ຮັບການເລືອກຕັ້ງ. ວັນທີ 24 ເມສາ 2024, ຄະນະກຳມະການເລືອກຕັ້ງອິນໂດເນເຊຍປະກາດຢ່າງເປັນທາງການວ່າ: ທ່ານ ພຣາໂບໂວ ຊູບຽນໂຕ ໄດ້ຮັບເລືອກຕັ້ງເປັນປະທານາທິບໍດີຊຸດທີ 8 ຂອງອິນໂດເນເຊຍ .

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ເຂດທະຫານພາກຕາເວັນອອກຈີນດຳເນີນການຊ້ອມຮົບພາຍໃຕ້ລະຫັດ “ດາບປະສົມ-2024B”

123全文 3 下一页

Share this story on

Messenger Pinterest LinkedIn