ພາສາລາວ

ທ່ານຮານເຈີ້ງພົບປະກັບປະທານາທິບໍດີອິນໂດເນເຊຍ

CRI2024-10-20 12:34:17
Share
Share this with Close
Messenger Pinterest LinkedIn

ໂດຍຕອບສະໜອງຕາມຄຳເຊີນຂອງລັດຖະບານອິນໂດເນເຊຍ,ທ່ານຮານເຈີ້ງ ຮອງປະທານປະເທດຈີນ ໃນນາມເປັນຜູ້ຕາງໜ້າພິເສດຂອງທ່ານສີຈິ້ນຜິງ ປະທານປະເທດຈີນ ໄດ້ເດີນທາງໄປອິນໂດເນເຊຍເພື່ອເຂົ້າຮ່ວມພິທີຂຶ້ນຮັບຕຳແໜ່ງຂອງທ່ານພຣາໂບໂວ ຊູບີອັນໂຕ ປະທານາທິບໍດີອິນເດເນເຊຍຄົນໃໝ່ ພ້ອມທັງຢ້ຽມຢາມອິນໂດເນເຊຍ. ມື້ດຽວກັນ,ທ່ານຮານເຈີ້ງໄດ້ພົບປະກັບທ່ານໂຈໂກ ວິໂດໂດ ປະທານາທິບໍດີອິນໂດເນເຊຍຢູ່ນະຄອນຫຼວງຈາກາຕາ.

ທ່ານຮານເຈີ້ງກ່າວວ່າ: ຈິນຍິນດີຮ່ວມກັບອິນໂດເນເຊຍ ສືບທອດການຮ່ວມມືມິດຕະພາບອັນເປັນມູນເຊື້ອທີ່ດີງາມລະຫວ່າງສອງປະເທດ,ລົງເລິກການປະສານງານຍຸດທະສາດຢ່າງຮອບດ້ານ, ຮ່ວມກັນສ້າງ“ໜຶ່ງແລວໜຶ່ງເສັ້ນທາງ”ຢ່າງມີຄຸນນະພາບສູງ ແລະ ດຳເນີນທຸລະກິດໂຄງການຮ່ວມມືສຳຄັນຕ່າງໆ ເຊັ່ນ: ທາງລົດໄຟຄວາມໄວສູງຈາກາຕາ-ບັນດຸງໃຫ້ດີ. ຈີນມີຄວາມຫວັງແລະ ເຊື່ອໝັ້ນວ່າ ທ່ານປະທານາທິບໍດີໂຈໂກຈະເອົາໃຈໃສ່ ແລະ ສະ

ໜັບສະໜູນການຂະຫຍາຍການພົວພັນລະຫວ່າງສອງປະເທດຄືແຕ່ເກົ່າເມືອຫຼັງ ພ້ອມທັງສືບຕໍ່ປະກອບສ່ວນເພື່ອສົ່ງເສີມໄມຕີຈິດມິດຕະພາບອັນເປັນມູນເຊື້ິອລະຫວ່າງສອງປະເທດ.

ທ່ານໂຈໂກ ວິໂດໂດກ່າວວ່າ: ອິນໂດເນເຊຍເອົາໃຈໃສ່ຕໍ່ການຂະຫຍາຍການພົວພັນກັບຈີນໃນລະດັບສູງ,ເຊື່ອວ່າພາຍໃຕ້ການນຳພາຂອງລັດຖະບານຊຸດໃໝ່ຂອງອິນໂດເນເຊຍ, ການພົວພັນລະຫວ່າງສອງປະເທດຍ່ອມຈະກ້າວຂຶ້ນສູ່ລະດັບໃໝຢ່າງບໍ່ຢຸດຢັ້ງ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ເຂດທະຫານພາກຕາເວັນອອກຈີນດຳເນີນການຊ້ອມຮົບພາຍໃຕ້ລະຫັດ “ດາບປະສົມ-2024B”

ແລ່ນມາລາທອນເພດຍິງທຳລາຍສະຖິຕິໂລກ

ພູບໍ່ແຮ່ທີ່ບໍ່ໄດ້ໃຊ້ການ ກາຍເປັນອ່າງເງິນອ່າງຄຳ

ຈຳນວນຊາວຈີນທີ່ໄປທ່ອງທ່ຽວຕ່າງປະເທດມີຫວັງຈະຮັກສາທ່ວງທ່າເພີ່ມຂຶ້ນໃນຫຼາຍປີຕໍ່ໜ້າ

ປະທານາທິບໍດີນາມິບີ: ປະເທດຕາເວັນຕົກເວົ້າວ່າປະເທດຈີນເປັນ “ອິດທິກຳລັງລ່າເມືອງຂຶ້ນແບບໃໝ່” ແມ່ນເປັນຍ້ອນອິດສາຈີນ

ເປັນຫຍັງປະຊາຊົນຈີນຈິ່ງມັກພາກັນໄປຊົມພິທີຊັກທຸງຊາດຂຶ້ນເສົາຢູ່ສະໜາມຫຼວງທ່ຽນອ່ານເໝິນ

ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ

Copyright © cri.cn All Rights Reserved

Share this story on

Messenger Pinterest LinkedIn