ພາສາລາວ

ລົດໄຟຄວາມໄວສູງຈາກາຕາ-ບັນດຸງຂອງອິນໂດເນເຊຍເປີດບໍລິການຄົບຮອບ 1 ປີ ໄດ້ຮັບການຍ້ອງຍໍຊົມເຊີຍຈາກປະຊາຊົນອິນໂດເນເຊຍ

cri2024-10-18 17:27:41
Share
Share this with Close
Messenger Pinterest LinkedIn

ວັນທີ 17 ຕຸລານີ້, ພິທີສະເຫຼີມສະຫຼອງລົດໄຟຄວາມໄວສູງຈາກາຕາ-ບັນດຸງຂອງອິນໂດເນເຊຍເປີດບໍລິການຄົບຮອບ 1 ປີ ໄດ້ຈັດຂຶ້ນຢູ່ນະຄອນຫຼວງຈາກາຕາຂອງອິນໂດເນເຊຍ.

ທ່ານບູດີ ກາຢາ ຊູມາດີ ລັດຖະມົນຕີກະຊວງຄົມມະນາຄົມອິນໂດເນເຊຍກ່າວວ່າ: ລົດໄຟຄວາມໄວສູງຈາກາຕາ-ບັນດຸງໄດ້ນຳເອົາຜົນງານການປະດິດສ້າງໃໝ່ຂອງຈີນມາໃຫ້ແກ່ອິນໂດເນເຊຍ, ປັບປຸງສະພາບການຄົມມະນາຄົມຂອງອິນໂດເນເຊຍໃຫ້ດີຂຶ້ນ, ຊຸກຍູ້ການໄປມາຫາສູ່ກັນລະຫວ່າງປະຊາຊົນທີ່ຢູ່ລຽບຕາມທາງລົດໄຟ, ພ້ອມທັງໄດ້ຮັບຮັບການຍ້ອງຍໍຊົມເຊີຍຈາກປະຊາຊົນອິນໂດເນເຊຍທີ່ສຸດ.

ທ່ານ ວາງຫຼູທົງ ເອກອັກຄະລັດຖະທູດຈີນປະຈຳອິນໂດເນເຊຍກ່າວວ່າ: ພວກເຮົາຍິນດີຖືເອົາລົດໄຟຄວາມໄວສູງຈາກາຕາ-ບັນດຸງເປັນຕົວແບບ, ພາຍໃຕ້ຂອບສອງປະເທດຮ່ວມກັນສ້າງຄູ່ຮ່ວມຊາຕາກຳ, ຊຸກຍູ້ການຮ່ວມມືສອງຝ່າຍເຂົ້າສູ່ຂົງເຂດທີ່ກວ້າງຂວາງກວ່າເກົ່າ ແລະ ລົງເລິກກວ່າເກົ່າຢ່າງຮອບດ້ານ.

ໃນໄລຍະ 1 ປີຜ່ານມາ, ລົດໄຟຄວາມໄວສູງຈາກາຕາ-ບັນດຸງທີ່ສອງປະເທດຈີນ-ອິນໂດເນເຊຍຮ່ວມມືກັນນັ້ນ ໄດ້ຂົນສົ່ງຜູ້ໂດຍສານຈຳນວນ 5.790.000 ເທື່ອຄົນ, ໄດ້ແລ່ນລົດ 15.826 ຖ້ຽວ ແລະ ແລ່ນລົດຢ່າງປອດໄພໄລຍະທາງຍາວຫຼາຍກວ່າ 2.570.000 ກິໂລແມັດ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ເຂດທະຫານພາກຕາເວັນອອກຈີນດຳເນີນການຊ້ອມຮົບພາຍໃຕ້ລະຫັດ “ດາບປະສົມ-2024B”

123全文 3 下一页

Share this story on

Messenger Pinterest LinkedIn