ພາສາລາວ

ທ່ານ ຫຼີສຽງ ພົບປະເຈລະຈາກັບທ່ານນາຍົກລັດຖະມົນຕີລາວ

cri2024-10-13 08:24:59
Share
Share this with Close
Messenger Pinterest LinkedIn

ວັນທີ 12 ຕຸລານີ້, ທ່ານ ຫຼີສຽງ ນາຍົກລັດຖະມົນຕີຈີນ ໄດ້ພົບປະເຈລະຈາກັບນາຍົກລັດຖະມົນຕີລາວ ທີ່ສຳນັກງານນາຍົກລັດຖະມົນຕີ ແຫ່ງ ສປປລ ລາວ.

ທ່ານ ຫຼີສຽງ ກ່າວວ່າ, ຈີນ ແລະລາວແມ່ນປະເທດບ້ານໃກ້ເຮືອນຄຽງທີ່ດີ, ເພື່ອນມິດທີ່ດີ, ສະຫາຍທີ່ດີ ແລະຄູ່ຮ່ວມມືທີ່ດີທີ່ດື່ມນ້ຳຈາກແມ່ນ້ຳສາຍດຽວກັນ ແລະມີຊາຕາກຳເຊື່ອມໂຍງກັນຢ່າງໃກ້ຊິດ. ພາຍໃຕ້ການຊີ້ນຳຍຸດທະສາດຂອງທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກ, ປະທານປະເທດຈີນ ແລະທ່ານທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດລາວ, ການກໍ່ສ້າງຄູ່ຮ່ວມຊາຕາກຳຈີນ-ລາວ ພວມສືບຕໍ່ໄດ້ຮັບການພັດທະນາຢ່າງເລິກເຊິ່ງ ແລະໝັ້ນຄົງ. ຈີນຖືການພັດທະນາການພົວພັນກັບລາວເປັນບູລິມະສິດໃນດ້ານການຕ່າງປະເທດກັບປະເທດອ້ອມຂ້າງຢ່າງສະເໝີຕົ້ນສະເໝີປາຍ,ຍິນດີຖືປີຄົບຮອບ 15 ປີແຫ່ງການສ້າງຕັ້ງສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຈີນ-ລາວ ເປັນກາລະໂອກາດໃນການປະຕິບັດຄວາມເຫັນດີເຫັນພ້ອມທີ່ສຳຄັນຂອງການນຳຂັ້ນສູງສຸດຂອງສອງພັກ ແລະສອງປະເທດໃຫ້ດີຕື່ມອີກ, ລົງເລິກຄວາມໄວ້ເນື້ອເຊື່ອໃຈກັນທາງດ້ານການເມືອງ, ເດັດດ່ຽວສະໜັບສະໜູນເຊິ່ງກັນແລະກັນໃນບັນຫາດ້າຍຜົນປະໂຫຍດຂອງໃຜລາວ, ເສີມຂະຫຍາຍຄວາມສາມັກຄີ ແລະການຮ່ວມມືຢ່າງແໜ້ນແຟ້ນ, ສ້າງຄູ່ຮ່ວມຊາຕາກຳຈີນ-ລາວທີ່ໝັ້ນແກ່ນ ມີຊີວິດຊີວາແລະມີປະສິດທິຜົນກວ່າເກົ່າເພື່ອສ້າງຜົນປະໂຫຍດໃຫ້ແກ່ປະຊາຊົນສອງປະເທດໄດ້ດີກວ່າເກົ່າ.

ທ່ານຫຼີສຽງຊີ້ອອກວ່າ, ຈີນຍິນດີຮ່ວມກັບລາວເພີ່ມທະວີການເຊື່ອມຈອດຍຸດທະສາດການພັດທະນາ, ຊຸກຍູ້ການຮ່ວມມືດ້ານເສດຖະກິດການຄ້າເພື່ອສືບຕໍ່ຂະຫຍາຍ ແລະປັບປຸງຄຸນນະພາບ, ເລັ່ງລັດການພັດທະນາຕາມເສັ້ນທາງລົດໄຟຈີນ-ລາວ ແລະ"ໜຶ່ງບ່ອນ, ສອງກວດກາ" ແລະເພີ່ມທະວີການຮ່ວມມືດ້ານພະລັງງານໃໝ່, ການຜະລິດທີ່ກ້າວໜ້າ, ເສດຖະກິດດີຈີຕອນ, ປັນຍາປະດິດ ແລະອື່ນໆ, ຂຸດຄົ້ນຈຸດຮ່ວມດ້ານຜົນປະໂຫຍດແລະຈຸດເຕີບໂຕດ້ານການຮ່ວມໃຫ້ຫຼາຍກວ່າເກົ່າ ເພື່ອບັນລຸຜົນສຳເລັດ ແລະການພັດທະນາຮ່ວມກັນ. ຈີນຍິນດີນຳເຂົ້າຜະລິດຕະພັນກະສິກຳຄຸນນະພາບສູງຈາກລາວຕື່ມອີກ.ສອງຝ່າຍຄວນເພີ່ມທະວີການແລກປ່ຽນ ແລະການຮ່ວມມືດ້ານການແພດ, ການສຶກສາ, ສື່ມວນຊົນ, ວັດທະນະທຳການທ່ອງທ່ຽວແລະທ້ອງຖິ່ນເປັນຕົ້ນ, ສືບຕໍ່ເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະຄວາມເຂົ້າໃຈເຊິ່ງກັນ ແລະກັນລະຫວ່າງປະຊາຊົນສອງປະເທດ, ຮັດແໜ້ນສາຍພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມລະຫວ່າງຈີນ-ລາວ. ຈີນຊົມເຊີຍລາວໃນຖານະເປັນປະທານໝູນວຽນຂອງອາຊຽນ, ໄດ້ເປັນເຈົ້າພາບຈັດກອງປະຊຸມຜູ້ນຳການຮ່ວມມືອາຊີຕາເວັນອອກຢ່າງສຳເລັດຜົນ. ຍິນດີຮ່ວມມືກັບລາວ ເພື່ອເພີ່ມທະວີການປະສານງານ ແລະການຮ່ວມມືໃນກົນໄກຫຼາຍຝ່າຍເຊັ່ນ: ສະຫະປະຊາຊາດ, ອາຊຽນ, ແລະການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງແລະອື່ນໆ, ຕັ້ງໜ້າປະຕິບັດຂໍ້ລິເລີ່ມການພັດທະນາຂອງໂລກ, ຂໍ້ລິເລີ່ມຄວາມໝັ້ນຄົງຂອງໂລກ, ຂໍ້ລິເລີ່ມອາລະຍະທຳຂອງໂລກ ແລະຮ່ວມກັນລິເລີ່ມໂລກຫຼາຍຂົ້ວທີ່ມີຄວາມສະເໝີພາບແລະຄວາມເປັນລະບຽບຮຽບຮ້ອຍ ແລະເສດຖະກິດໂລກາພິວັດທີ່ໄດ້ຮັບຜົນປະໂຫຍດທົ່ວໄປແລະກວມລວມ.

ທ່ານສອນໄຊ ສີພັນດອນ ໄດ້ສະແດງຄວາມຊົມເຊີຍຢ່າງອົບອຸ່ນຕໍ່ວັນສ້າງຕັ້ງສາທາລະນະລັດປະຊາຊົນຈີນຄົບຮອບ 75 ປີ, ຕີລາຄາໃນລະດັບສູງຕໍ່ຜົນສຳເລັດອັນໃຫຍ່ຫຼວງດ້ານການພັດທະນາທີ່ຈີນຍາດມາໄດ້ ແລະຂອບໃຈຢ່າງຈິງໃຈທີ່ຈີນ ໄດ້ໃຫ້ການສະໜັບສະໜູນຢ່າງແຂງແຮງຕໍ່ການພັດທະນາເສດຖະກິດສັງຄົມຂອງລາວໃນໄລຍະຍາວນານມານີ້. ທ່ານສອນໄຊກ່າວວ່າ: ເດືອນຕຸລາປີກາຍນີ້,ການນຳຂັ້ນສູງສຸດຂອງສອງພັກ ແລະສອງປະເທດໄດ້ລົງນາມໃນແຜນປະຕິບັດງານສະບັບໃໝ່ກ່ຽວກັບການສ້າງຄູ່ຮ່ວມຊາຕາກຳລາວ-ຈີນ ແລະປີນີ້ ເປັນປີທຳອິດຂອງການປະຕິບັດແຜນປະຕິບັດງານ. ລາວຍິນດີຮ່ວມກັບຈີນປະຕິບັດຄວາມເຫັນດີເຫັນພ້ອມທີ່ສຳຄັນຂອງການນຳສູງສຸດຂອງສອງພັກ ແລະສອງປະເທດ, ເພີ່ມທະວີການແລກປ່ຽນຂັ້ນສູງ ແລະຂັ້ນຕ່າງໆ ຂົງເຂດຕ່າງໆ, ເສີມຂະຫຍາຍບົດບາດຂອງເສັນທາງລົດໄຟລາວ-ຈີນທີ່ມີຕໍ່ການຮ່ວມມືດ້ານເສດຖະກິດການຄ້າຢ່າງເຕັມທີ່ ແລະເປີດກວ້າງການຮ່ວມມືໃນຂົງເຂດການຄ້າ, ການລົງທຶນ, ກະສິກຳ, ການກໍ່ສ້າງພື້ນຖານໂຄງລ່າງ, ເສດຖະກິດດິຈິຕອນ ແລະອື່ນໆ, ລົງເລິກການແລກປ່ຽນ ແລະການຮ່ວມມືດ້ານມະນຸດສະທຳ, ການທ່ອງທ່ຽວ ແລະອື່ນໆ, ສະໜັບສະໜູນ ແລະຮ່ວມມືເຊິ່ງກັນ ແລະກັນໃນວຽກງານສາກົນ ແລະພາກພື້ນ. ຮ່ວມກັນປົກປັກຮັກສາຜົນປະໂຫຍດທາງຍຸດທະສາດ, ຊຸກຍູ້ການປັບປຸງ ແລະຍົກລະດັບການກໍ່ສ້າງຄູ່ຮ່ວມຊາຕາກຳລາວ-ຈີນຢ່າງບໍ່ຢຸດຢັ້ງ.

ພາຍຫຼັງການພົບປະເຈລະຈາ, ທ່ານນາຍົກລັດຖະມົນຕີ 2 ທ່ານໄດ້ຮ່ວມກັນເຂົ້າຮ່ວມພິທີວາງສະແດງບົດບັນທຶກການຮ່ວມມືໃນຂົງເຂດການເຊື່ອມໂຍງເຊື່ອມຈອດ, ເສດຖະກິດການຄ້າ, ການກວດກາ ແລະກວດສອບພະຍາດ, ການພັດທະນາແບບສີຂຽວເປັນຕົ້ນ.

ກ່ອນການພົບປະເຈລະຈາ, ທ່ານສອນໄຊ ສີພັນດອນໄດ້ຈັດພິທີຕ້ອນຮັບທ່ານ ຫຼີສຽງ ຢູ່ສຳນັກງານນາຍົກລັດຖະມົນຕີ.

ໃນການຢ້ຽມຢາມ, ສອງຝ່າຍໄດ້ຮ່ວມກັນອອກ "ຖະແຫຼງການຮ່ວມລະຫວ່າງສາທາລະນະລັດປະຊາຊົນຈີນ ແລະສາທາລະນະລັດປະຊາທິປະໄຕປະຊາຊົນລາວ".

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ພູບໍ່ແຮ່ທີ່ບໍ່ໄດ້ໃຊ້ການ ກາຍເປັນອ່າງເງິນອ່າງຄຳ

ເຂດບໍລິຫານພິເສດມາກາວຂອງຈີນສະເຫຼີມສະຫຼອງ ສປ ຈີນສະຖາປະນາຂຶ້ນຄົບຮອບ 75 ປີ

ເບີກບານມ່ວນຊື່ນໃນຍາມພັກ

ປະທານາທິບໍດີນາມິບີ: ປະເທດຕາເວັນຕົກເວົ້າວ່າປະເທດຈີນເປັນ “ອິດທິກຳລັງລ່າເມືອງຂຶ້ນແບບໃໝ່” ແມ່ນເປັນຍ້ອນອິດສາຈີນ

ເປັນຫຍັງປະຊາຊົນຈີນຈິ່ງມັກພາກັນໄປຊົມພິທີຊັກທຸງຊາດຂຶ້ນເສົາຢູ່ສະໜາມຫຼວງທ່ຽນອ່ານເໝິນ

ແມ່ນຫຍັງທີ່ເຮັດໃຫ້ “ການທ່ຽວຈີນ” ໄດ້ຮັບຄວາມນິຍົມຊົມຊອບທີ່ສຸດ?

ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ

Copyright © cri.cn All Rights Reserved

Share this story on

Messenger Pinterest LinkedIn