ພາສາລາວ

ຈັດການແຂ່ງຂັນໄອສຮອກກີມິດຕະພາບຈີນ-ໄທຢູ່ນະຄອນຫຼວງບາງກອກປະເທດໄທ

cri2024-10-07 12:19:42
Share
Share this with Close
Messenger Pinterest LinkedIn

ຕອນຄ່ຳວັນທີ 6 ຕຸລານີ້, ສະຖານທູດຈີນປະຈຳໄທໄດ້ຮ່ວມກັບກະຊວງທ່ອງທ່ຽວ ແລະ ກິລາໄທຈັດການແຂ່ງຂັນໄອສຮອກກີມິດຕະພາບຈີນ-ໄທຢູ່ຫໍກິລາໄອສຮອກກີສາກົນບາງກອກ ເພື່ອສະເຫຼີມສະຫຼອງວັນສະຖາປະນາສາທາລະນະລັດ ປະຊາຊົນຈີນ ຄົບຮອບ 75 ປີ ກໍຄື ວັນປະສູດຂອງເຈົ້າຊີວິດມະຫາວະຊິຣາລົງກອນ ແຫ່ງລາຊະອານາຈັກໄທຄົບຮອບ 72 ພັນສາ, ພ້ອມທັງເປັນການສ້າງບັນຍາກາດຟົດຟື້ນເພື່ອກຽມຄວາມພ້ອມຄຳນັບຮັບຕ້ອນກິດຈະກຳສະເຫຼີມສະຫຼອງຈີນ-ໄທສ້າງຕັ້ງສາຍພົວພັນທາງການທູດຄົບຮອບ50ປີໃນປີໜ້າ.

ເຈົ້າຊີວິດພ້ອມພະລາຊີນີປະເທດໄທໄດ້ໃຫ້ກຽດເຂົ້າຊົມການແຂ່ງຂັນກິລາມິດຕະພາບຄັ້ງນີ້, ໃນໂອກາດນີ້, ພະລາຊີນີສຸທິດາໄດ້ນຳພານັກກິລາໄອສຮອກກີຍິງທີມຊາດໄທ ຮ່ວມແຂ່ງຂັນກັບນັກກິລາໄອສຮອກກີຍິງທີມຊາດຈີນທີ່ເດີນທາງໄປແຂ່ງຂັນຢູ່ປະເທດໄທເປັນຄັ້ງທຳອິດ. ທ່ານນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີໄທ, ທ່ານຫານຈື້ສຽງ ເອກອັກຄະລັດຖະທູດຈີນປະຈຳໄທ, ປະທານສະມາຄົມກິລາໄອສຮອກກີທັງສອງປະເທດຈີນ-ໄທ ແລະແຂກຜູ້ມີກຽດທ່ານອື່ນໆໄດ້ເຂົ້າຮ່ວມກິດຈະກຳຄັ້ງນີ້.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ເຂດບໍລິຫານພິເສດມາກາວຂອງຈີນສະເຫຼີມສະຫຼອງ ສປ ຈີນສະຖາປະນາຂຶ້ນຄົບຮອບ 75 ປີ

ເບີກບານມ່ວນຊື່ນໃນຍາມພັກ

ຈັດກິດຈະກຳຫຼາກຫຼາຍສີສັນເພື່ອສະເຫຼີມສະຫຼອງວັນຊາດຈີນ

ເປັນຫຍັງປະຊາຊົນຈີນຈິ່ງມັກພາກັນໄປຊົມພິທີຊັກທຸງຊາດຂຶ້ນເສົາຢູ່ສະໜາມຫຼວງທ່ຽນອ່ານເໝິນ

ແມ່ນຫຍັງທີ່ເຮັດໃຫ້ “ການທ່ຽວຈີນ” ໄດ້ຮັບຄວາມນິຍົມຊົມຊອບທີ່ສຸດ?

“ການທ່ອງທ່ຽວຍາມລາຕີແບບຈີນ” ກາຍເປັນຈຸດສຸມໃໝ່ດ້ານການທ່ອງທ່ຽວວັດທະນະທຳຈີນ

ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ

Copyright © cri.cn All Rights Reserved

Share this story on

Messenger Pinterest LinkedIn