ນາຍົກກຳປູເຈຍຈະເດີນທາງໄປປະເທດລາວເພື່ອເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ
ກະຊວງການຕ່າງປະເທດ ແລະ ການຮ່ວມມືສາກົນກຳປູເຈຍເປີດເຜີຍໃຫ້ຮູ້ວ່າ: ໂດຍຕອບສະໜອງຕາມຄຳເຊີນຂອງທ່ານສອນໄຊ ສີພັນດອນ ນາຍົກລັດຖະມົນຕີລາວເຊິ່ງເປັນປະເທດປະທານໝູນວຽນຂອງອາຊຽນປີ 2024, ທ່ານຮຸນມາເນັດ ນາຍົກລັດຖະມົນຕີກຳປູເຈຍຈະນຳພາຄະນະຜູ້ແທນຂັ້ນສູງເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນສະໄໝທີ 44 ແລະ 45 ແລະກອງປະຊຸມທີ່ກ່ຽວຂ້ອງທີ່ຈະຈັດຂຶ້ນຢູ່ນະຄອນຫຼວງວຽງຈັນ ແຫ່ງ ສປປລາວ ລະຫວ່າງວັນທີ 8 ຫາ 11 ຕຸລານີ້.
ໃນໄລຍະເຂົ້າຮ່ວມກອງປະຊຸມສຸດຍອດ, ທ່ານຮຸນມາເນັດຈະຈັດການພົບປະສອງຝ່າຍກັບຜູ້ນຳປະເທດອາຊຽນ ແລະ ປະເທດຄູ່ຮ່ວມມື.
ອີງຕາມແຜນການ, ກອງປະຊຸມສຸດຍອດຄັ້ງນີ້ຈະຈັດ 20 ກວ່າກິດຈະກຳ, ເພື່ອສະໜອງໂອກາດໃຫ້ແກ່ຜູ້ນຳປະເທດອາຊຽນ ແລະ ປະເທດຄູ່ເພື່ອແລກປ່ຽນຄວາມເຫັນພ້ອມທັງວາງນະໂຍບາຍຍຸດທະສາດທີ່ກ່ຽວຂ້ອງແນໃສ່ສສືບຕໍ່ຊຸກຍູ້ການກໍ່ສ້າງປະຊາຄົມອາຊຽນ, ສົ່ງເສີມສາຍພົວພັນການຮ່ວມມືລະຫວ່າງອາຊຽນ ແລະ ຄູ່ຮ່ວມມື, ພ້ອມທັງເປິກສາຫາລືບັນຫາພາກພື້ນກໍຄືບັນຫາຂອງໂລກ.
.md_Laos_page01 .md_hd{width:300px;}
ຄໍລຳ
ຮູບພາບ
ວີດີໂອ
ເຂດບໍລິຫານພິເສດມາກາວຂອງຈີນສະເຫຼີມສະຫຼອງ ສປ ຈີນສະຖາປະນາຂຶ້ນຄົບຮອບ 75 ປີ
ເບີກບານມ່ວນຊື່ນໃນຍາມພັກ
ຈັດກິດຈະກຳຫຼາກຫຼາຍສີສັນເພື່ອສະເຫຼີມສະຫຼອງວັນຊາດຈີນ
ເປັນຫຍັງປະຊາຊົນຈີນຈິ່ງມັກພາກັນໄປຊົມພິທີຊັກທຸງຊາດຂຶ້ນເສົາຢູ່ສະໜາມຫຼວງທ່ຽນອ່ານເໝິນ
ແມ່ນຫຍັງທີ່ເຮັດໃຫ້ “ການທ່ຽວຈີນ” ໄດ້ຮັບຄວາມນິຍົມຊົມຊອບທີ່ສຸດ?
“ການທ່ອງທ່ຽວຍາມລາຕີແບບຈີນ” ກາຍເປັນຈຸດສຸມໃໝ່ດ້ານການທ່ອງທ່ຽວວັດທະນະທຳຈີນ
ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ
Copyright © cri.cn All Rights Reserved