ພາສາລາວ

ອິນໂດເນເຊຍເກີດພາວະເງິນຝືດ 5 ເດືອນຕິດຕໍ່ກັນ

cri2024-10-05 13:54:25
Share
Share this with Close
Messenger Pinterest LinkedIn

ວັນທີ 1 ຕຸລານີ້, ອົງການສະຖິຕິສູນກາງອິນໂດເນເຊຍໄດ້ເຜີຍແຜ່ຕົວເລກຂໍ້ມູນໂດຍສະແດງໃຫ້ເຫັນວ່າ: ໃນເດືອນກັນຍາປີນີ້, ອັດຕາເງິນຝືດຂອງອິນໂດເນເຊຍຢູ່ໃນລະດັບ 0,12% ເຊິ່ງເປັນທ່າອ່ຽງເງິນຝືດ 5 ເດືອນຕິດຕໍ່ກັນນັບແຕ່ເດືອນພຶດສະພາປີນີ້ເປັນຕົ້ນມາ.

ວັນທີ 3 ຕຸລານີ້, ທ່ານແອລານກາ ຮາຕາໂຕ ລັດຖະມົນຕີປະສານງານເສດຖະກິດອິນໂດເນເຊຍກ່າວຢືນຢັນວ່າ: ເຖິງວ່າປະເທດຕົນມີທ່າອ່ຽງເກີດພາວະເງິນຝືດ 5 ເດືອນຕິດຕໍ່ກັນມາແລ້ວກໍຕາມ, ແຕ່ເສດຖະກິດແຫ່ງຊາດຍັງຄົງຮັກສາທ່ວງທ່າພັດທະນາທີ່ດີໂດຍລວມ.

ມີນັກວິເຄາະເຫັນວ່າ: ສະພາບການແບບນີ້ໄດ້ສ່ອງແສງໃຫ້ເຫັນວ່າ: ກຳລັງຊື້ຂອງປະຊາຊົນໄດ້ຫຼຸດຕ່ຳລົງ. ການບໍລິໂພກແມ່ນໜຶ່ງໃນເສົາຄ້ຳທີ່ສຳຄັນຂອງລວມຍອດຜະລິດຕະພັນພາຍໃນ ຫຼື GDP ຂອງອິນໂດເນເຊຍ, ດັ່ງນັ້ນ, ນັກເສດຖະສາດທັງຫຼາຍເປັນຫ່ວງວ່າ ພາວະເງິນຝຶດຈະສົ່ງຜົນກະທົບໃຫ້ແກ່ການເຕີບໂຕຂອງເສດຖະກິດອິນໂດເນເຊຍ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ເຂດບໍລິຫານພິເສດມາກາວຂອງຈີນສະເຫຼີມສະຫຼອງ ສປ ຈີນສະຖາປະນາຂຶ້ນຄົບຮອບ 75 ປີ

ເບີກບານມ່ວນຊື່ນໃນຍາມພັກ

ຈັດກິດຈະກຳຫຼາກຫຼາຍສີສັນເພື່ອສະເຫຼີມສະຫຼອງວັນຊາດຈີນ

ເປັນຫຍັງປະຊາຊົນຈີນຈິ່ງມັກພາກັນໄປຊົມພິທີຊັກທຸງຊາດຂຶ້ນເສົາຢູ່ສະໜາມຫຼວງທ່ຽນອ່ານເໝິນ

ແມ່ນຫຍັງທີ່ເຮັດໃຫ້ “ການທ່ຽວຈີນ” ໄດ້ຮັບຄວາມນິຍົມຊົມຊອບທີ່ສຸດ?

“ການທ່ອງທ່ຽວຍາມລາຕີແບບຈີນ” ກາຍເປັນຈຸດສຸມໃໝ່ດ້ານການທ່ອງທ່ຽວວັດທະນະທຳຈີນ

ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ

Copyright © cri.cn All Rights Reserved

Share this story on

Messenger Pinterest LinkedIn