ພາສາລາວ

ການເຄື່ອນໄຫວລາດຕະເວນຮ່ວມເພື່ອປະຕິບັດກົດໝາຍຕາມລຳແມ່ນ້ຳຂອງລະຫວ່າງຈີນ, ລາວ, ມຽນມາ ແລະໄທຄັ້ງທີ 145 ໄດ້ສິ້ນສຸດລົງຢ່າງຈົບງາມ

cri2024-09-29 15:49:40
Share
Share this with Close
Messenger Pinterest LinkedIn

ນັກຂ່າວໄດ້ຮັບຂໍ້ມູນຈາກຫ້ອງການຖະແຫຼງຂ່າວພະແນກປ້ອງກັນຄວາມສະຫງົບຂອງແຂວງຢຸນນານຈີນວ່າ: ໃນເວລາ 10 ໂມງ 30 ນາທີຂອງວັນທີ 27 ກັນຍານີ້, ຄຽງຄູ່ກັບເຮືອລາດຕະເວນທີ່ປະຕິບັດກົດໝາຍຂອງຈີນເລກ 53107 ແລະ 53105 ພ້ອມທັງເຮືອລາດຕະເວນທີ່ປະຕິບັດກົດໝາຍຂອງລາວເລກ 001 ຄ່ອຍໆເຂົ້າຈອດຢູ່ທ່າເຮືອຈິງຮ່າກິ່ງແຂວງປົກຄອງຕົນເອງເຜົ່າລື້ສິບສອງພັ່ນນາແຂວງຢຸນນານຈີນ, ການເຄື່ອນໄຫວລາດຕະເວນຮ່ວມເພື່ອປະຕິບັດກົດໝາຍຕາມລຳແມ່ນ້ຳຂອງລະຫວ່າງຈີນ, ລາວ, ມຽນມາ ແລະໄທຄັ້ງທີ 145 ໄດ້ສິ້ນສຸດລົງຢ່າງຈົບງາມ.

ການເຄື່ອນໄຫວຄັ້ງນີ້ໄດ້ດຳເນີນໄປເປັນເວລາ 4 ວັນ 3 ຄືນ, ໄດ້ເດີນເຮືອທັງໝົດຫຼາຍກວ່າ 600 ກິໂລແມັດ. ພາກສ່ວນປະຕິບັດກົດໝາຍຂອງ 4 ປະເທດໄດ້ສົ່ງເຮືອເຂົ້າຮ່ວມເພື່ອປະຕິບັດກົດໝາຍທັງໝົດ 7 ລຳ, ສຸມໃສ່ດຳເນີນການເຄື່ອນໄຫວລາດຕະເວນ ແລະກວດກາທາງນ້ຳ ແລະທາງບົກຮ່ວມຢູ່ເຂດ “ສາມຫຼ່ຽມຄຳ”, ຊຽງລ້າ, ບ້ານມອມ ແລະເຂດນ້ຳອື່ນໆຕາມລຳແມ່ນ້ຳຂອງ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ສະຖານທີ່ຜະລິດເຮືອບິນລຳທຳອິດຂອງ ສປ ຈີນຢູ່ໃສ?

123全文 3 下一页

Share this story on

Messenger Pinterest LinkedIn