ພາສາລາວ

ຝ່າຍລາວມອບສານອວຍພອນວັນຊາດຈີນຂອງທ່ານທອງລຸນ ສີສຸລິດເຖິງທ່ານສີຈິ້ນຜິງ ໃຫ້ເອກອັກຄະລັດຖະທຸດຈີນປະຈຳລາວ

cri2024-09-28 15:53:03
Share
Share this with Close
Messenger Pinterest LinkedIn

ວັນທີ 27 ກັນຍານີ້, ທ່ານວາລະໄຊ ເລັ່ງສະຫວັດ ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດລາວ ໄດ້ມອບສານອວຍພອນວັນຊາດຈີນຂອງທ່ານທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດລາວເຖິງທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ ປະທານປະເທດຈີນ ໃຫ້ທ່ານນາງຟາງຮົງ ເອກອັກຄະລັດຖະທຸດຈີນປະຈຳລາວ ແລະ ຕາງໜ້າຄະນະພົວພັນຕ່າງປະເທດຂອງລາວສະແດງຄວາມຊົມເຊີຍຕໍ່ວັນຊາດຈີນ.

ທ່ານວາລະໄຊ ເລັ່ງສະຫວັດ ກ່າວວ່າ: ຕະຫຼອດ 75 ປີຜ່ານມາ, ພາຍໃຕ້ການນຳພາອັນສະຫຼາດສ່ອງໃສຂອງພັກຄອມມູນິດຈີນ, ພາລະກິດການກໍ່ສ້າງພັກ ແລະ ປະເທດຊາດຂອງຈີນໄດ້ປະສົບຜົນສຳເລັດອັນສະຫງ່າລາສີ, ບໍ່ພຽງແຕ່ໄດ້ສ້າງຄວາມສຸກໃຫ້ແກ່ປະຊາຊົນຈີນເທົ່ານັ້ນ, ແຕ່ຍັງໄດ້ນຳເອົາຜົນປະໂຫຍດຕົວຈິງໃຫ້ແກ່ປະຊາຊົນບັນດາປະເທດໃນໂລກ ເຊິ່ງລວມທັງລາວອີກດ້ວຍ. ຝ່າຍລາວຮູ້ສຶກປະຕິຊົມຊື່ນຕໍ່ເລື່ອງນີ້ ແລະ ຍິນດີຮ່ວມກັບຈີນສືບຕໍ່ຊຸກຍູ້ການສ້າງຄູ່ຮ່ວມຊາຕາກຳລາວ-ຈີນ, ປະກອບສ່ວນກຳລັງວັງຊາຂອງຕົນເພື່ອປົກປັກຮັກສາສັນຕິພາບ ແລະ ສະຖຽນລະພາບຂອງພາກພື້ນ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ສະຖານທີ່ຜະລິດເຮືອບິນລຳທຳອິດຂອງ ສປ ຈີນຢູ່ໃສ?

123全文 3 下一页

Share this story on

Messenger Pinterest LinkedIn