ພາສາລາວ

ເກີດໄພນ້ຳຖ້ວມຢູ່ຫຼາຍແຫ່ງຂອງກຳປູເຈຍ

cri2024-09-26 13:36:09
Share
Share this with Close
Messenger Pinterest LinkedIn

ຍ້ອນໄດ້ຮັບຜົນກະທົບຈາກລົມພາຍຸ ແລະ ຝົນຕົກໜັກຢ່າງຕໍ່ເນື່ອງ, ນັບແຕ່ຕົ້ນເດືອນກັນຍານີ້ມາ, ຫຼາຍແຫ່ງຂອງກຳປູເຈຍໄດ້ເກີດໄພນ້ຳຖ້ວມ, ເຮືອນ ແລະ ເນື່ອທີ່ນາຈຳນວນຫຼວງຫຼາຍຖືກນ້ຳຖ້ວມເສຍຫາຍ, ສ້າງຜົນກະທົບຢ່າງໜັກໜ່ວງຕໍ່ການຜະລິດ ແລະ ຊີວິດການເປັນຢູ່ຂອງປະຊາຊົນທ້ອງຖິ່ນ.

ເຈົ້າໜ້າທີ່ຄະນະກຳມະການຄຸ້ມຄອງໄພພິບັດແຫ່ງຊາດກຳປູເຈຍແຈ້ງໃຫ້ຮູ້ວ່າ: ຫວ່າງມໍ່ໆມານີ້, ຢູ່ກຳປູເຈຍມີ 9 ແຂວງຖືກນ້ຳຖ້ວມ, ມີປະຊາຊົນຫຼາຍກວ່າ 13.000 ຄອບຄົວ ແລະ ເນື້ອທີ່ນາປະມານ 10.000 ເຮັກຕາຖືກນ້ຳຖ້ວມເສຍຫາຍໃນລະດັບຕ່າງກັນ. ຄະນະກຳມະການດັ່ງກ່າວຮຽກຮ້ອງໃຫ້ປະຊາຊົນມີສະຕິລະວັງຕົວໃນລະດັບສູງຕໍ່ຄວາມສ່ຽງເກີດໄພນ້ຳຖ້ວມ, ແລະປະຕິບັດມາດຕະການທີ່ຈຳເປັນເພື່ອຫຼຸດຜ່ອນຄວາມເສຍຫາຍ.

ໃນກອງປະຊຸມທີ່ຈັດຂຶ້ນເມື່ອວັນທີ 25 ກັນຍານີ້, ກະຊວງພັດທະນາຊົນນະບົດກຳປູເຈຍຮຽກຮ້ອງໃຫ້ພາກສ່ວນທີ່ກ່ຽວຂ້ອງປະຕິບັດມາດຕະການ, ສະໜອງການຊ່ວຍເຫຼືອທີ່ຈຳເປັນໃຫ້ແກ່ປະຊາຊົນ ແລະ ຄອບຄົວທີ່ປະສົບໄພ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ອາດຈະຫາແຟນຄົນໜຶ່ງ, ໄປຮຽນຢູ່ມະຫາວິທະຍາໄລ ແລະ ໄປທ່ຽວ

ບົດຮຽນສ້າງຄວາມຮັ່ງມີຂອງ “ນາຍບ້ານກາເຟ”

123全文 3 下一页

Share this story on

Messenger Pinterest LinkedIn