ພາສາລາວ

ງານວາງສະແດງສິນຄ້າຈີນ-ອາຊຽນຄັ້ງທີ 21 ໄດ້ຮັບສຳເລັດເປັນຢ່າງດີ

cri2024-09-25 16:42:40
Share
Share this with Close
Messenger Pinterest LinkedIn

ວັນທີ 24 ກັນຍານີ້, ພິທີເຊັນສັນຍາໃນງານວາງສະແດງສິນຄ້າຈີນ-ອາຊຽນຄັ້ງທີ 21 ໄດ້ຈັດຂຶ້ນຢູ່ນະຄອນນານນິງເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ, ໄດ້ຊຸກຍູ້ໃຫ້ 109 ໂຄງການເຊັນສັນຍາຢ່າງສຳເລັດຜົນ. ໃນນັ້ນ, ມີໂຄງການຮ່ວມມືເສດຖະກິດການຄ້າສາກົນ 16 ໂຄງການ, ເຊິ່ງກ່ຽວພັນເຖິງຫຼາຍປະເທດສະມາຊິກອາຊຽນເຊັ່ນ: ລາວ, ຫວຽດນາມ, ມາເລເຊຍ ແລະອື່ນໆ.

ພິທີເຊັນສັນຍາຄັ້ງນີ້ເປັນເທື່ອທຳອິດທີ່ໄດ້ສົນທະນາລະຫວ່າງກວາງຊີ ກັບ ເຂດນິຄົມອຸດສາຫະກຳແຫ່ງຊາດສຳຄັນຂອງປະເທດສະມາຊິກອາຊຽນຢ່າງມີການປະດິດສ້າງ, ເພື່ອຊຸກຍູ້ການຮ່ວມມືທີ່ຕິດແທດຕົວຈິງ ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ.

ຕາມຂ່າວແຈ້ງວ່າ, ພາກສ່ວນທີ່ກ່ຽວຂ້ອງ, ນະຄອນຕ່າງໆຂອງເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີຈະນຳໃຊ້ງານວາງສະແດງສິນຄ້າຈີນ-ອາຊຽນ, ຈັດງານພົບປະເຈລະຈາໂຄງການຮ່ວມມື, ງານສຳມະນາຂອງນັກທຸລະກິດ, ງານໂຄສະນາດຶງດູດການລົງທຶນ ແລະ ກິດຈະກຳສົ່ງເສີມການລົງທຶນຕ່າງໆ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ອາດຈະຫາແຟນຄົນໜຶ່ງ, ໄປຮຽນຢູ່ມະຫາວິທະຍາໄລ ແລະ ໄປທ່ຽວ

123全文 3 下一页

Share this story on

Messenger Pinterest LinkedIn