ພາສາລາວ

ຂໍ້ລິເລີ່ມວ່າດ້ວຍການພັດທະນາຂອງໂລກທີ່ສະເໜີໂດຍຈີນໄດ້ນຳເອົາຜົນປະໂຫຍດມາໃຫ້ແກ່ປະເທດອາຊີຕາເວັນອອກສຽງໃຕ້ ເຊິ່ງລວມທັງປະເທດລາວ

CRI2024-09-24 17:29:49
Share
Share this with Close
Messenger Pinterest LinkedIn

ການພັດທະນາແມ່ນຄວາມປາດຖະໜາຂອງປະຊາຊົນທີ່ຢາກມີຊີວິດອັນດີງາມ, ເປັນວຽກງານສຳຄັນອັນດັບໜຶ່ງຂອງປະເທດພວມພັດທະນາ, ກໍເປັນຫົວຂໍ້ຖາວອນຂອງສັງຄົມມະນຸດ. ວັນທີ 21 ກັນຍາປີ 2021, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ສະເໜີ “ຂໍ້ລິເລີ່ມວ່າດ້ວຍການພັດທະນາຂອງໂລກ” ໃນການອະພິປາຍທົ່ວໄປຂອງສະມັດຊາໃຫຍ່ອົງການສະຫະປະຊາຊາດຄັ້ງທີ 76, ເຊິ່ງເປັນການປະກອບສ່ວນສະຕິປັນຍາ ແລະ ກຳລັງແຮງຂອງຈີນເພື່ອແກ້ໄຂບັນຫາຫຍຸ້ງຍາກໃນການພັດທະນາຂອງໂລກ.

ຂໍ້ລິເລີ່ມວ່າດ້ວຍການພັດທະນາຂອງໂລກໄດ້ຜ່ານຈາກການພັດທະນາໃໝ່ຂອງຈີນເພື່ອສ້າງໂອກາດໃໝ່ໃຫ້ແກ່ປະເທດພວມພັດທະນາຂອງອາຊີຕາເວັນອອກສຽງໃຕ້ ເຊິ່ງລວມທັງປະເທດລາວ. ລາວເປັນປະເທດທີ່ບໍ່ມີທາງອອກສູ່ທະເລພຽງປະເທດດຽວຂອງອາຊຽນ, ເຂດພູດອຍກວມເນື້ອທີ່ເຖິງ 80% ຂອງທົ່ວປະເທດ, ຄວາມບໍ່ສະດວກດ້ານຄົມມະນາຄົມໄດ້ສ້າງອຸປະສັກຫຼາຍຢ່າງໃຫ້ແກ່ການດຳລົງຊີວິດຂອງປະຊາຊົນ ແລະ ການພັດທະນາຂອງປະເທດ. ເສັ້ນທາງລົດໄຟຈີນ-ລາວເປັນໂຄງການເຊື່ອມຕໍ່ “ຂໍ້ລິເລີ່ມໜຶ່ງແລວໜຶ່ງເສັ້ນທາງ” ຂອງຈີນ ແລະ ຍຸດທະສາດ “ຫັນປະເທດທີ່ບໍ່ມີທາງອອກສູ່ທະເລເປັນປະເທດເຊື່ອມໂຍງເຊື່ອມຈອດ”. ນັບແຕ່ເປີດບໍລິການເປັນເວລາເກືອບ 3 ປີເປັນຕົ້ນມາ, ປະລິມານ ແລະ ຄຸນນະພາບຂອງການຂົນສົ່ງສິນຄ້າ ແລະ ຜູ້ໂດຍສານຕາມເສັ້ນທາງລົດໄຟຈີນ-ລາວໄດ້ເພີ່ມຂຶ້ນຢ່າງຫຼວງຫຼາຍ, ຫວ່າງບໍ່ດົນມານີ້, ປະລິມານຂົນສົ່ງສິນຄ້າຂ້າມຊາດຕາມເສັ້ນທາງລົດໄຟຈີນ-ລາວໄດ້ບຸກທະລຸ 10 ລ້ານໂຕນ, ບົດບາດທີ່ເປັນທາງຜ່ານຂອງການຈໍລະຈອນສິນຄ້າສາກົນນັບມື້ນັບພົ້ນເດັ່ນຂຶ້ນ. ປັດຈຸບັນ, ການຂົນສົ່ງສິນຄ້າຂ້າມຊາດຕາມເສັ້ນທາງລົດໄຟຈີນ-ລາວ ໄດ້ກວມເອົາ 12 ປະເທດທີ່ເຂົ້າຮ່ວມການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ເຊິ່ງລວມທັງ ລາວ ໄທ ຫວຽດນາມ ມຽນມາ ແລະ ປະເທດອື່ນໆ ກໍຄື 31 ແຂວງ ເຂດປົກຄອງຕົນເອງ ແລະ ກຳແພງນະຄອນຂອງຈີນ, ປະເພດສິນຄ້າທີ່ຂົນສົ່ງຂ້າມຊາດໄດ້ເພີ່ມຂຶ້ນ ເປັນ 2.900 ກວ່າຊະນິດ ເຊິ່ງໄດ້ຊຸກຍູ້ການພັດທະນາເສດຖະກິດສັງຄົມຂອງປະເທດລຽບຕາມເສັ້ນທາງລົດໄຟ ພ້ອມທັງຍົກລະດັບການເຊື່ອມໂຍງເຊື່ອມຈອດກັນຂອງພາກພື້ນ.

ຢູ່ບົນເສັ້ນທາງແຫ່ງການພັດທະນາໃຫ້ຈະເລີນຮຸ່ງເຮືອງ, ຈະບໍ່ປ່ອຍປະປະເທດໃດ ແລະ ຄົນຜູ້ໃດໜຶ່ງໄວ້ຢູ່ຂ້າງຫຼັງ, ເຊິ່ງເປັນວິໄສທັດຂອງຂໍ້ລິເລີ່ມວ່າດ້ວຍການພັດທະນາຂອງໂລກ ແລະ ກໍເປັນເປົ້າໝາຍທີ່ສົ່ງເສີມໂດຍອົງການສະຫະປະຊາຊາດ. ໃນຖານະເປັນປະເທດພວມພັດທະນາເຊັ່ນກັນ, ປະເທດລາວໄດ້ຮັບຜົນປະໂຫຍດຈາກນະໂຍບາຍເປີດປະຕູສູ່ພາຍນອກ ແລະ ຂໍ້ລິເລີ່ມສຳຄັນຕ່າງໆຂອງຈີນ, ໂດຍສະເພາະພາຍໃຕ້ຂອບຂອງການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ແລະ ຂໍ້ລິເລີ່ມວ່າດ້ວຍການພັດທະນາຂອງໂລກ, ສອງປະເທດຈີນ-ລາວໄດ້ດຳເນີນການຮ່ວມມືຢ່າງກວ້າງຂວາງໃນຂົງເຂດຫຼຸດຜ່ອນຄວາມທຸກຍາກ, ການກໍ່ສ້າງພື້ນຖານໂຄງລ່າງ, ຄວາມໝັ້ນຄົງດ້ານສະບຽງອາຫານ, ການປ່ຽນແປງຂອງດິນຟ້າອາກາດ, ການພັດທະນາແບບສີຂຽວ ແລະອື່ນໆ ເຊິ່ງໄດ້ສ້າງໂອກາດການພັດທະນາໃຫ້ແກ່ປະເທດລາວ.

ພາຍໃຕ້ການຊ່ວຍໜູນຂອງຂໍ້ລິເລີ່ມວ່າດ້ວຍການພັດທະນາຂອງໂລກ, ລັດຖະບານລາວໄດ້ສືບຕໍ່ປະຕິບັດໂຄງການທີ່ສະໜອງດ້ານໂພສະນາການໃຫ້ແກ່ນັກຮຽນ 130.000 ກວ່າຄົນຂອງໂຮງຮຽນ 1.400 ກວ່າແຫ່ງຢູ່ເຂດຫ່າງໄກສອກຫຼີກຂອງລາວ, ປະກອບສ່ວນເຂົ້າໃນການພັດທະນາການສຶກສາຂັ້ນພື້ນຖານ ແລະ ຮັບປະກັນໂພສະນາການໃຫ້ກັບເດັກນ້ອຍຂອງລາວ; ໃນຖານະເປັນໂຄງການປັບປຸງຊີວິດການເປັນຢູ່ຂອງປະຊາຊົນທີ່ສຳຄັນຂອງໂຄງການເສັ້ນທາງລົດໄຟຈີນ-ລາວ, ຢູ່ບ້ານຍົກຍ້າຍໃໝ່ຂອງປະຊາຊົນໄດ້ຈັດສັນປະຊາຊົນ 349 ຄອບຄົວ, ຢູ່ໃນບ້ານໄດ້ສ້າງຫ້ອງການ, ໂຮງຮຽນ, ສຸກສາລາ, ຫ້ອງນ້ຳສາທາລະນະ ແລະ ສິ່ງກໍ່ສ້າງພື້ນຖານໂຄງລ່າງອື່ນໆ, ເຊິ່ງໄດ້ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນທ້ອງຖິ່ນໃຫ້ສູງຂຶ້ນຢ່າງຫຼວງຫຼາຍ; ວິທະຍາໄລເຕັກນິກວິຊາຊີບເສັ້ນທາງລົດໄຟລາວທີ່ຈີນຊ່ວຍເຫຼືອສ້າງຂຶ້ນນັ້ນແມ່ນໄດ້ມອບໃຫ້ຝ່າຍລາວແລ້ວ, ຈະບຳລຸງສ້າງນັກວິຊາການເສັ້ນທາງລົດໄຟປະມານ 1.000 ຄົນໃຫ້ແກ່ປະເທດລາວພາຍໃນເວລາ 3 ປີ; ຈີນຍັງໄດ້ດຳເນີນໂຄງການຕ່າງໆຢູ່ລາວ, ເຊັ່ນ: ໂຄງການສາທິດການຫຼຸດຜ່ອນຄວາມທຸກຍາກອາຊີຕາເວັນອອກ, ການສ້າງອຸປະກອນເຄື່ອງໃຊ້ເພື່ອຊ່ວຍຫຼຸດຜ່ອນຄວາມທຸກຍາກຢູ່ຊົນນະບົດຂອງລາວ ແລະອື່ນໆ, ສົ່ງເສີມການພັດທະນາອຸດສາຫະກຳທີ່ມີເອກະລັກທ້ອງຖິ່ນ, ເຊັ່ນ: ການປູກຝັງ ລ້ຽງສັດ ຫັດຖະກຳແບບດັ້ງເດີມ, ການທ່ອງທ່ຽວ, ເຮືອນພັກ ແລະອື່ນໆ, ໂຄງການຮ່ວມມືຕ່າງໆລະຫວ່າງສອງປະເທດຈີນ-ລາວໄດ້ເນັ້ນເຖິງຊີວິດການເປັນຢູ່ຂອງປະຊາຊົນ ແລະ ປະສິດທິຜົນດ້ານເສດຖະກິດ, ໃນຂະນະທີ່ປັບປຸງສະພາບແວດລ້ອມດ້ານການດຳລົງຊີວິດຂອງທ້ອງຖິ່ນນັ້ນ, ຍັງໄດ້ເປີດກວ້າງການສ້າງແຫຼ່ງລາຍຮັບຂອງປະຊາຊົນທ້ອງຖິ່ນຕື່ມອີກ, ເປັນການສ່ອງແສງໃຫ້ເຫັນເຖິງຂໍ້ລິເລີ່ມວ່າດ້ວຍການພັດທະນາຂອງໂລກທີ່ໄດ້ນຳເອົາຜົນປະໂຫຍດມາໃຫ້ແກ່ປະຊາຊົນ ແລະ ຍົກສູງຄວາມຮູ້ສຶກຂອງປະຊາຊົນທີ່ໄດ້ຮັບຜົນປະໂຫຍດຂອງປະຊາຊົນ.

ຂໍ້ລິເລີ່ມວ່າດ້ວຍການພັດທະນາຂອງໂລກແມ່ນເລີ່ມຕົ້ນຈາກປະເທດຈີນ, ຜົນງານ ແລະ ໂອກາດແມ່ນຂຶ້ນກັບທົ່ວໂລກ. ໃນອະນາຄົດ, ຈີນຈະຮ່ວມກັບຝ່າຍຕ່າງໆ ເຊິ່ງລວມທັງປະເທດລາວ ລົງເລິກການຮ່ວມມືພາຍໃຕ້ຂອບຂໍ້ລິເລີ່ມດັ່ງກ່າວ, ສືບຕໍ່ແບ່ງປັນໂອກາດທີ່ໄດ້ຈາກການພັດທະນາຄວາມທັນສະໄໝແບບຈີນ, ເລັ່ງລັດຈັດຕັ້ງປະຕິບັດວາລະການພັດທະນາແບບຍືນຍົງຮອດປີ 2030 ຂອງອົງການສະຫະປະຊາຊາດເພື່ອຊຸກຍູ້ການພັດທະນາໄປພ້ອມໆກັນ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ອາດຈະຫາແຟນຄົນໜຶ່ງ, ໄປຮຽນຢູ່ມະຫາວິທະຍາໄລ ແລະ ໄປທ່ຽວ

ບົດຮຽນສ້າງຄວາມຮັ່ງມີຂອງ “ນາຍບ້ານກາເຟ”

ນະຄອນອູຣຸມຊີເຂດຊິນຈ່ຽງຈີນຈັດເທດສະການລະດູທ່ອງທ່ຽວ ແລະ ວັດທະນະທໍາ

“ການທ່ອງທ່ຽວຍາມລາຕີແບບຈີນ” ກາຍເປັນຈຸດສຸມໃໝ່ດ້ານການທ່ອງທ່ຽວວັດທະນະທຳຈີນ

ນາຍົກນອກແວນນັ່ງລົດໄຟຄວາມໄວສູງເພື່ອສຳຜັດ “ຄວາມໄວຂອງຈີນ”

ປະທານາທິບໍດີສ.ອາຟຣິກາກາງກ່າວວ່າ: ການຫັນເປັນທັນສະໄໝບໍ່ໝາຍຄວາມວ່າຈະຫັນເປັນແບບປະເທດຕາເວັນຕົກ

ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ

Copyright © cri.cn All Rights Reserved

Share this story on

Messenger Pinterest LinkedIn