ປະລິມານຂົນສົ່ງສິນຄ້າສາກົນຜ່ານລົດໄຟຈີນ-ລາວບຸກທະລຸ 10 ລ້ານໂຕນ
ວັນທີ 16 ກັນຍານີ້, ລົດໄຟແຊ່ເຢັນສາກົນທີ່ບັນທຸກຜັກສົດ ແລະ ໝາກໄມ້ສົດເປັນຕົ້ນຂະບວນໜຶ່ງໄດ້ອອກເດີນທາງຈາກສະຖານີບໍ່ຫານຂອງເສັ້ນທາງລົດໄຟຈີນ-ລາວ ເຊິ່ງເປັນຂີດໝາຍສະແດງໃຫ້ເຫັນວ່າປະລິມານຂົນສົ່ງສິນຄ້າສາກົນຜ່ານລົດໄຟຈີນ-ລາວໄດ້ບຸກທະລຸ 10 ລ້ານໂຕນແລ້ວ.
ນັບມາຮອດປັດຈຸບັນນີ້, ການຂົນສົ່ງສິນຄ້າຂ້າມຊາດຜ່ານລົດໄຟຈີນ-ລາວໄດ້ປົກຄຸມ 12 ປະເທດທີ່ຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ເຊັ່ນ: ລາວ, ໄທ, ຫວຽດນາມ, ມຽນມາ ແລະ ປະເທດອື່ນໆ ພ້ອມດ້ວຍຕົວເມືອງຕົ້ນຕໍພາຍໃນຈີນ, ສິນຄ້າທີ່ຂົນສົ່ງຂ້າມຊາດເພີ່ມຂຶ້ນຮອດ 2900 ກວ່າປະເພດ, ລົດໄຟທີ່ເປີດບໍລິການສະເລ່ຍຕໍ່ວັນໄດ້ເພີ່ມຂຶ້ນຮອດ 17 ຖ້ຽວ. ເວລາຂົນສົ່ງສິນຄ້າຈາກລາວ ແລະ ໄທເປັນຕົ້ນໄປຮອດເອີຣົບຜ່ານລົດໄຟໂດຍກົງໄດ້ຫຍໍ້ເປັນ 15 ວັນ, ຖານະບົດບາດຂອງຊ່ອງທາງໃຫຍ່ສາກົນໄດ້ນັບມື້ນັບຊັດເຈນຂຶ້ນຕື່ມ.
.md_Laos_page01 .md_hd{width:300px;}
ຄໍລຳ
ຮູບພາບ
ວີດີໂອ
ບົດຮຽນສ້າງຄວາມຮັ່ງມີຂອງ “ນາຍບ້ານກາເຟ”
ນະຄອນອູຣຸມຊີເຂດຊິນຈ່ຽງຈີນຈັດເທດສະການລະດູທ່ອງທ່ຽວ ແລະ ວັດທະນະທໍາ
ໂຄງການ “ສວນເຕັກໂນໂລຊີຈີນ-ອາຟຣິກາ” ໄດ້ຖ່າຍທອດບົດຮຽນໄປຮອດອາຟຣິກາ
ນາຍົກນອກແວນນັ່ງລົດໄຟຄວາມໄວສູງເພື່ອສຳຜັດ “ຄວາມໄວຂອງຈີນ”
ປະທານາທິບໍດີສ.ອາຟຣິກາກາງກ່າວວ່າ: ການຫັນເປັນທັນສະໄໝບໍ່ໝາຍຄວາມວ່າຈະຫັນເປັນແບບປະເທດຕາເວັນຕົກ
ບັນທຶກການເດີນທາງ 4 ວັນ 3 ຄືນຂອງນັກປະພັນລາວໃນຈີນ
ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ
Copyright © cri.cn All Rights Reserved