ພາສາລາວ

ຈີນເປັນຄູ່ການຄ້າອັນດັບໜຶ່ງຂອງອາຊຽນເປັນເວລາ 15 ປີລຽນຕິດ

CRI2024-09-12 10:37:24
Share
Share this with Close
Messenger Pinterest LinkedIn

ວັນທີ 11 ກັນຍານີ້, ຫ້ອງການຖະແຫຼງຂ່າວຂອງລັດຖະບານຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວໂດຍແຈ້ງໃຫ້ຮູ້ວ່າ: ນັບແຕ່ປີ 2013 ເປັນຕົ້ນມາ,ຈັງຫວະເຕີບໂຕດ້ານການຄ້າລະຫວ່າງຈີນ ກັບ ອາຊຽນແມ່ນສູງເຖິງ 7,5% ຕໍ່ປີ, ຍອດມູນຄ່າການຄ້າລະຫວ່າງສອງຝ່າຍໃນປີ 2023 ຜ່ານມາບັນລຸເຖິງ 911 ຕື້ 700 ລ້ານໂດລາ. ຈີນເປັນຄູ່ຄ້າອັນດັບໜຶ່ງຂອງອາຊຽນເປັນເວລາ 15 ປີລຽນຕິດ, ອາຊຽນເປັນຄູ່ຄ້າອັນດັບໜຶ່ງຂອງຈີນເປັນເວລາ 4 ປີລຽນຕິດ.

ນັບແຕ່ເດືອນມັງກອນ ຫາ ເດືອນມໍລະກົດປີນີ້, ມູນຄ່າການຄ້າລະຫວ່າງຈີນ ກັບ ອາຊຽນແມ່ນບັນລຸເຖິງ 552 ຕື້ໂດລາ, ເພີ່ມຂຶ້ນ 7,7%ເມື່ອທຽບໃສ່ໄລຍະດຽວກັນປີກາຍ ກວມ 15,8% ຂອງຍອດມູນຄ່າການຄ້າຂາເຂົ້າຂາອອກຂອງຈີນໃນໄລຍະດຽວກັນ,ການລົງທຶນໂດຍກົງຂອງຈີນຕໍ່ທຸກຂະແໜງການຂອງອາຊຽນແມ່ນບັນລຸເຖິງ 12ຕື້ 960 ລ້ານໂດລາ, ເພີ່ມຂຶ້ນ 15,3% ເມື່ອທຽບໃສ່ໄລຍະດຽວກັນປີກາຍ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ນະຄອນອູຣຸມຊີເຂດຊິນຈ່ຽງຈີນຈັດເທດສະການລະດູທ່ອງທ່ຽວ ແລະ ວັດທະນະທໍາ

ໂຄງການ “ສວນເຕັກໂນໂລຊີຈີນ-ອາຟຣິກາ” ໄດ້ຖ່າຍທອດບົດຮຽນໄປຮອດອາຟຣິກາ

ຈີນປະກາດບົດລາຍງານກວດລະບົບນິເວດຂອງຫີນປະກາລັງຫາດຊ່ຽນປ່ິນເປັນເທື່ອທຳອິດ

ປະທານາທິບໍດີສ.ອາຟຣິກາກາງກ່າວວ່າ: ການຫັນເປັນທັນສະໄໝບໍ່ໝາຍຄວາມວ່າຈະຫັນເປັນແບບປະເທດຕາເວັນຕົກ

ບັນທຶກການເດີນທາງ 4 ວັນ 3 ຄືນຂອງນັກປະພັນລາວໃນຈີນ

“ເຄື່ອງຜ່ອນຄາຍຄວາມຮ້ອນ” ຂອງຈີນເປັນຫຍັງຈິ່ງຂາຍດີຢູ່ພາກພື້ນອາຊີຕາເວັນອອກສຽງໃຕ້?

ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ

Copyright © cri.cn All Rights Reserved

Share this story on

Messenger Pinterest LinkedIn