ພາສາລາວ

ຈັດສັບປະດາສຽງ ແລະ ພາບຈີນ-ອາຊຽນຄັ້ງທີ 6

cri2024-09-11 14:46:31
Share
Share this with Close
Messenger Pinterest LinkedIn

ວັນທີ 10 ກັນຍານີ້, ສັບປະດາສຽງ ແລະ ພາບຈີນ-ອາຊຽນຄັ້ງທີ 6 ໄດ້ໄຂຂຶ້ນຢູ່ນະຄອນນານນີງ ເຂດປົກຄອງຕົນເອງເຜົ່າຈວ້າງ ກວາງຊີ ປະເທດຈີນ.

ສັບປະດາສຽງ ແລະ ພາບຄັ້ງນີ້ລວມມີ 6 ກິດຈະກຳໃຫຍ່ ຄື: ພິທີໄຂ, ງານລາຕີ, ກອງປະຊຸມນັກລົງທຶນອຸດສາຫະກຳສຽງ ແລະ ພາບຈີນ-ອາຊຽນ 2024, ກິດຈະກຳວາງສະແດງຜົນງານສຽງ ແລະ ພາບທີ່ແປເປັນພາສາຕ່າງປະເທດ, ຕັ້ງຄ້າຍບຳລຸງສ້າງພິທີກອນຊາວໜຸ່ມຈີນ-ອາຊຽນຄັ້ງທີ 4, ກິດຈະກຳຄັດເລືອກຜົນງານສຽງ ແລະ ພາບດີເດັ່ນທີ່ເຜີຍແຜ່ອອກສາກົນ ແລະ ຮ່ວມກັນຮ້ອງເພງມິດຕະພາບ-ລາຕີແຫ່ງເພງປະກອບຮູບເງົາ ແລະ ລະຄອນໂທລະພາບຈີນ-ຫວຽດນາມ.

ໃນງານລາຕີຄັ້ງນີ້, ໄດ້ປະກາດ 10 ຜົນງານດີເດັ່ນຂອງກິດຈະກຳຄັດເລືອກຜົນງານສຽງ ແລະ ພາບດີເດັ່ນທີ່ເຜີຍແຜ່ອອກສາກົນ, ເຈົ້າຂອງຜົນງານໄດ້ຮັບຂັນ ແລະ ໃບຍ້ອງຍໍ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ນະຄອນອູຣຸມຊີເຂດຊິນຈ່ຽງຈີນຈັດເທດສະການລະດູທ່ອງທ່ຽວ ແລະ ວັດທະນະທໍາ

123全文 3 下一页

Share this story on

Messenger Pinterest LinkedIn