ພາສາລາວ

ແມ່ນ້ຳຫຼາຍສາຍຢູ່ພາກເໜືອຫວຽດນາມເພິ່ມລະດັບສູງຂຶ້ນທີ່ສຸດໃນຮອບ 50 ກວ່າປີ

CRI2024-09-11 10:50:00
Share
Share this with Close
Messenger Pinterest LinkedIn

ພາກສ່ວນອຸຕຸນິຍົມ ແລະ ອຸທົກກະສາດຫວຽດນາມແຈ້ງໃຫ້ຮູ້ວ່າ:ນັບມາຮອດວັນທີ 10 ກັນຍານີ້, ແມ່ນ້ຳຫຼາຍສາຍຢູ່ພາກເໜືອຫວຽດນາມໄດ້ເພີ່ມລະດັບສູງຂຶ້ນທີ່ສຸດໃນຮອບ 50 ກວ່າປີ.

ໃນໄລຍະ 3 ມື້ທີ່ຜ່ານມາ, ມີແຂວງ ແລະ ນະຄອນຢູ່ພາກເໜືອຂອງຫວຽດນາມລວມທັງ 25 ແຫ່ງລ້ວນແຕ່ປະສົບກັບຝົນຕົກໜັກຍ້ອນພາຍຸໄຕ້ຝຸ່ນຢະກິ. ສູນພະຍາກອນອາກາດ ແລະ ອຸທົກກະສາດຫວຽດນາມແຈ້ງໃຫ້ຮູ້ວ່າ: ພາຍຸໄຕ້ຝຸ່ນຈະສືບຕໍ່ເຮັດໃຫ້ພາກເໜືອຫວຽດນາມມີຝົນຕົກໜັກເປັນບໍລິເວນກວ້າງໄປເຖິງວັນທີ 17 ກັນຍານີ້.

ຂ່າວຫຼ້າສຸດຈາກກະຊວງກະສິກຳ ແລະ ພັດທະນາຊົນນະບົດຫວຽດນາມແຈ້ງໃຫ້ຮູ້ວ່າ: ນັບມາຮອດຕອນເຊົ້າວັນທີ 10 ກັນຍານີ້,ມີຜູ້ເສຍຊີວິດ ແລະ ຫາຍສາບສູນຢູ່ຫວຽດນາມແລ້ວ 104 ຄົນຍ້ອນພາຍຸໄຕ້ຝຸ່ນຢະກິ,ໃນນັ້ນ, ມີຜູ້ເສຍຊີວິດ 65 ຄົນ, ຫາຍສາບສູນ 39ຄົນ ແລະ ໄດ້ຮັບບາດເຈັບ 750 ຄົນ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ນະຄອນອູຣຸມຊີເຂດຊິນຈ່ຽງຈີນຈັດເທດສະການລະດູທ່ອງທ່ຽວ ແລະ ວັດທະນະທໍາ

123全文 3 下一页

Share this story on

Messenger Pinterest LinkedIn