ຂົວແຫ່ງໜຶ່ງຢູ່ແຂວງຟູເຖາະຂອງຫວຽດນາມພັງທະລາຍມີຜູ້ຫາຍສາບສູນ 13 ຄົນ
ວັນທີ 9 ກັນຍານີ້, ຂົວແຫ່ງໜຶ່ງຢູ່ແຂວງຟູເຖາະຂອງຫວຽດນາມໄດ້ພັງທະລາຍ. ມີລົດຍົນ 10 ຄັນ, ລົດຈັກ ແລະ ລົດໄຟຟ້າຫຼາຍຄັນ ລວມທັງຄົນ 17 ຄົນຕົກລົງນ້ຳ. ຕອນທ່ຽງມື້ດຽວກັນ, ມີ 4 ຄົນໄດ້ຮັບການຊ່ວຍເຫຼືອ, ໜ່ວຍກູ້ໄພຍັງສືບຕໍ່ຊອກຫາອີກ 13 ຄົນທີ່ຫາຍສາບສູນ.
ຂົວດັ່ງກ່າວມີຄວາມຍາວ 380 ແມັດ, ສ້າງສຳເລັດໃນເດືອນກໍລະກົດ 1995 ແລະ ບູລະນະຄືນໃໝ່ໃນປີ 2013. ເດືອນກັນຍາ 2019, ແຂວງຟູເຖາະໄດ້ຫ້າມບໍ່ໃຫ້ລົດຍົນທີ່ມີນ້ຳໜັກ 18 ໂຕນຂຶ້ນໄປແລ່ນຜ່ານຂົວແຫ່ງນີ້.
.md_Laos_page01 .md_hd{width:300px;}
ຄໍລຳ
ຮູບພາບ
ວີດີໂອ
ນະຄອນອູຣຸມຊີເຂດຊິນຈ່ຽງຈີນຈັດເທດສະການລະດູທ່ອງທ່ຽວ ແລະ ວັດທະນະທໍາ