ພາສາລາວ

ທ່ານວາງຢີ້ເຈລະຈາກັບລັດຖະມົນຕີການຕ່າງປະເທດສິງກະໂປ

cri2024-09-10 11:05:02
Share
Share this with Close
Messenger Pinterest LinkedIn

ວັນທີ 9 ກັນຍານີ້, ທ່ານ ວາງຢີ້ ກຳມະການກົມການເມືອງສູນກາງພັກຄອມມູນິດຈີນ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ພົບປະເຈລະຈາກັບທ່ານ ວິວຽນ ບາລາຄຣີສນັນ ລັດຖະມົນຕີກະຊວງການຕ່າງປະເທດສິງກະໂປ ຢູ່ນະຄອນຫຼວງປັກກິ່ງຂອງຈີນ.

ທ່ານວາງຢີ້ກ່າວວ່າ: ປີນີ້ ຈີນແລະສິງກະໂປຕ່າງມີວາລະປະຊຸມດ້ານການເມືອງພາຍໃນທີ່ສຳຄັນຂອງຕົນ, ລ້ວນແຕ່ຊຸກຍູ້ໃຫ້ກ້າວໄປສູ່ເປົ້າໝາຍການພັດທະນາປະເທດຊາດຢ່າງໝັ້ນທ່ຽງ. ສອງຝ່າຍຕ້ອງຍົກສູງລະດັບການຈັດວາງການຄ້າເສລີຈີນ-ອາຊຽນ, ເຕົ້າໂຮມກຳລັງໃຫຍ່ກວ່າເກົ່າແລະຕື່ມພະລັງແຮງຢ່າງຕໍ່ເນື່ອງເພື່ອຊຸກຍູ້ການເປັນເອກະພົບດຽວໃນພາກພື້ນແລະເສດຖະກິດໂລກະພິວັດ.

ທ່ານວິວຽນກ່າວວ່າ: ສິງກະໂປໄດ້ຍຶດໝັ້ນປະຕິບັດນະໂຍບາຍປະເທດຈີນດຽວ ແລະຄັດຄ້ານ“ໄຕ້ຫວັນເປັນເອກະລາດ”ຢ່າງຈະແຈ້ງ. ລັດຖະບານສິງກະໂປຊຸດໃໝ່ຍິນດີຖືເອົາການສ້າງສາຍພົວພັນທາງການທູດລະຫວ່າງສິງກະໂປ-ຈີນຄົບຮອບ 35 ປີໃນປີໜ້າເປັນກາລະໂອກາດ, ກະກຽມການໄປມາຫາສູ່ກັນລະຫວ່າງການນຳຂັ້ນສູງໃຫ້ດີ, ແລະເປີດກວ້າງການຮ່ວມມືຮອບດ້ານ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ນະຄອນອູຣຸມຊີເຂດຊິນຈ່ຽງຈີນຈັດເທດສະການລະດູທ່ອງທ່ຽວ ແລະ ວັດທະນະທໍາ

123全文 3 下一页

Share this story on

Messenger Pinterest LinkedIn