ພາສາລາວ

ມີຜູ້ເສຍຊີວິດ 14 ຄົນ ແລະ ອີກ 176 ຄົນໄດ້ຮັບບາດເຈັບຢູ່ຫວຽດນາມຍ້ອນພາຍຸໄຕ້ຝຸ່ນຢະກິ

CRI2024-09-09 12:00:03
Share
Share this with Close
Messenger Pinterest LinkedIn

ພາຍຸໄຕ້ຝຸ່ນໄດ້ພັດເຂົ້າຢູ່ພາກເໜືອຫວຽດນາມໃນວັນທີ 7 ກັນຍານີ້ ເຮັດໃຫ້ຫຼາຍແຫ່ງເກີດໄພນ້ຳຖ້ວມ ແລະ ດິນພູເຈື່ອນ. ຈົນຮອດວັນທີ 8 ກັນຍານີ້ ມີຜູ້ເສຍຊີວິດແລ້ວ 14 ຄົນ ແລະ ອີກ 176 ຄົນໄດ້ຮັບບາດເຈັບຢູ່ຫວຽດນາມ.

ວັນທີ 8 ກັນຍານີ້,ຂ່າວສານຫວຽດນາມໄດ້ນຳເອົາຂ່າວຈາກກະຊວງກະສິກຳ ແລະ ຊົນນະບົດຫວຽດນາມໂດຍລາຍງານວ່າ: ປັດຈຸບັນ, ເນື້ອທີ່ນາເຂົ້າ ແລະ ພືດກະສິກຳອື່ນໆທີ່ປະສົບໄພນ້ຳຖ້ວມບັນລຸເຖິງ 121.500 ເຮັກຕາ, ເຮືອນ 3.279 ຫຼັງໄດ້ຮັບຄວາມເສຍຫາຍ ແລະ ເສົາໄຟຟ້າ 401 ຕົ້ນຫັກ. ຢູ່ຫຼາຍແຫ່ງຂອງຫວຽດນາມ ເຊັ່ນ: ແຂວງກວາງນີນ,ແຂວງໄຮດຸງ, ແຂວງໄຮຟອງ ແລະ ນະຄອນຫຼວງຮ່າໂນ້ຍເປັນຕົ້ນ, ຢູ່ຕາມຖະໜົນທາງຫຼາຍສາຍມີຕົ້ນໄມ້ຫັກ ຫຼື ລົ້ມຍ້ອນພາຍຸ.

ວັນທີ 7 ກັນຍານີ້,ກະຊວງກະສິກຳ ແລະ ຊົນນະບົດຫວຽດນາມແຈ້ງໃຫ້ຮູ້ວ່າ, ໄຕ້ຝຸ່ນຢະກິເປັນພາຍຸຮ້າຍແຮງທີ່ສຸດທີ່ພັດຖະຫລົມຫວຽດນາມໃນຮອບເກືອບ 30 ປີມານີ້.

1234全文 4 下一页

Share this story on

Messenger Pinterest LinkedIn