ພາສາລາວ

ສະຖານທູດຈີນປະຈໍາຟິລິບປິນເຕືອນໃຫ້ຊາວຈີນຢູ່ຟິລິບປິນຈົ່ງເອົາໃຈໃສ່ໃນການປ້ອງການເຊື້ອພະຍາດເອັມພອກ

CRI2024-09-01 14:18:19
Share
Share this with Close
Messenger Pinterest LinkedIn

ວັນທີ 31 ສິງຫາແລ້ວນີ້, ສະຖານທູດຈີນປະຈໍາຟິລິບປິນໄດ້ອອກແຈ້ງການເຕືອນໃຫ້ຊາວຈີນຢູ່ຟິລິບປິນຈົ່ງເອົາໃຈໃສ່ໃນການປ້ອງກັນເຊື້ອພະຍາດເອັມພອກ.

ແຈ້ງການສະບັບດັ່ງກ່າວລະບຸວ່າ: ໃນຫວ່າງມໍ່ໆມານີ້ໄດ້ປາກົດມີຜູ້ຕິດເຊື້ອພະຍາດເອັມພອກເພີ່ມຂຶ້ນຢູ່ຟິລິບປິນ, ກະຊວງສາທາລະນະສຸກຟິລິບປິນໄດ້ຮຽກຮ້ອງໃຫ້ປະຊາຊົນຈົ່ງມີສະຕິສະວັງຕົວ, ນໍາໃຊ້ມາດຕະການປ້ອງກັນເພື່ອສະກັດກັ້ນການແພ່ລະບາດຂອງເຊື້ອພະຍາດ, ພ້ອມທັງກໍານົດໃຫ້ຜູ້ໂດຍສານທີ່ເຂົ້າເມືອງຟິລິບປິນຕ້ອງເປັນເຈົ້າການແຈ້ງສະພາບສຸຂະພາບທີ່ກ່ຽວຂ້ອງ. ໃນເດືອນສິງຫາແລ້ວນີ້, ອົງການອະນາໄມໂລກໄດ້ຖືເອົາການແພ່ລະບາດຂອງເຊື້ອພະຍາດເອັມພອກເຂົ້າໃນ “ເຫດການສຸກເສີນດ້ານສາທາລະນະສຸກທີ່ສາກົນໃຫ້ຄວາມສົນໃຈ” ອີກເທື່ອໜຶ່ງ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ໂຄງການ “ສວນເຕັກໂນໂລຊີຈີນ-ອາຟຣິກາ” ໄດ້ຖ່າຍທອດບົດຮຽນໄປຮອດອາຟຣິກາ

123全文 3 下一页

Share this story on

Messenger Pinterest LinkedIn