ພາສາລາວ

ຈີນ: ຟິລິບປິນຢ່າເສຍຜົນປະໂຫຍດດ້ານຄວາມໝັ້ນຄົງຂອງຕົນເພື່ອແລກເອົາຜົນປະໂຫຍດໃຫ້ອາເມຣິກາທ່າມກາງຄວາມອັນຕະລາຍ

cri2024-08-31 11:24:17
Share
Share this with Close
Messenger Pinterest LinkedIn

ວັນທີ 30 ສິງຫານີ້, ທ່ານລີນຈ້ຽນ ໂຄສົກກະຊວງການຕ່າງປະເທດຈີນຈັດກອງປະຊຸມຖະແຫຼງຂ່າວ, ມີນັກຂ່າວຖາມເຖິງຄຳຖາມກ່ຽບກັບອາເມຣິກາຈັດວາງລູກສອນໄຟນຳວິຖີໄລຍະກາງຢູ່ຟິລິບປິນ.

ທ່ານລີນຈ້ຽນຕອບວ່າ: ກ່ຽວກັບອາເມຣິກາຈັດວາງລູກສອນໄຟນຳວິຖີໄລຍະກາງຢູ່ຟິລິບປິນ, ຈີນໄດ້ສະແດງຫຼັກໝັ້ນຄັດຄ້ານທີ່ຊັດເຈນມາເປັນຫຼາຍເທື່ອແລ້ວ, ການກະທຳດັ່ງກ່າວຂອງອາເມຣິກາຈະກໍ່ການເປັນປໍລະປັກກັນໃນພາກພື້ນ, ເພີ່ມຄວາມເຄັ່ງຕຶງຂອງສະຖານະການພາກພື້ນ, ທຳລາຍສັນຕິພາບແລະສະຖຽນລະພາບຂອງພາກພື້ນ ເຊິ່ງໄດ້ເຮັດໃຫ້ປະເທດໃນພາກພື້ນມີຄວາມລະມັດລະວັງແລະຄວາມເປັນຫ່ວງໃນລະດັບສູງ. ຟິລິບປີນຄວນຮູ້ຈຸດປະສົງຕົວຈິງຂອງອາເມຣິກາຢ່າງຈະແຈ້ງ, ຕອບຮັບຄວາມສົນໃຈຮ່ວມຂອງປະເທດໃນພາກພື້ນ, ຢ່າເສຍຜົນປະໂຫຍດດ້ານຄວາມໝັ້ນຄົງຂອງຕົນເພື່ອແລກເອົາຜົນປະໂຫຍດໃຫ້ອາເມຣິກາທ່າມກາງຄວາມອັນຕະລາຍ. ຟິລິບປິນຄວນຖອນລະບົບລູກສອນໄຟນຳວິຖີໄລຍະກາງອອກໄປໂດຍໄວ ໂດຍອີງຕາມຄຳໝັ້ນສັນຍາທີ່ຕົນເອງປະກາດຕໍ່ພາຍນອກໃນກ່ອນໜ້ານີ້.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ລົດເມພິເສດກາຍເປັນທີ່ສົນໃຈໃນສັງຄົມຈີນ

123全文 3 下一页

Share this story on

Messenger Pinterest LinkedIn