ພາສາລາວ

ຕຳຫຼວດຍາມຝັ່ງທະເລຂອງຈີນເຕືອນໃຫ້ຟິລິບປິນຖອນກໍ່າປັ່ນເລກ 9701 ໃນທັນທີ ບໍ່ດັ່ງນັ້ນຕ້ອງຮັບຜິດຊອບເອງ

CRI2024-08-30 11:21:38
Share
Share this with Close
Messenger Pinterest LinkedIn

ທ່ານ ກ່ານຢວີ ໂຄສົກອົງການຕຳຫຼວດຍາມຝັ່ງທະເລຂອງຈີນໄດ້ຢືນຢັນໃນຫວ່າງມໍ່ໆມານີ້ວ່າ: ວັນທີ 28 ສິງຫານີ້, ຍົນເຮຣິກົບແຕລໍາໜຶ່ງຂອງຟິລິບປິນໄດ້ປ້ອນເຄື່ອງທາງອາກາດໃຫ້ແກ່ກໍ່າປັ່ນເລກ 9701 ຂອງຕໍາຫຼວດຍາມຝັ່ງທະເລຟິລິບປິນທີ່ຄ້າງຢູ່ຫາດຊ່ຽນປິ່ນຂອງຈີນແບບຜິດກົດໝາຍ. ເຖິງວ່າກໍ່າປັ່ນເລກ 9701 ຂອງຟິລິບປິນມີຄວາມສາມາດເຄື່ອນທີ່ໄດ້ກໍຕາມ, ແຕ່ຟິລິບປິນຊໍ້າພັດຖືເອົາສຸຂະພາບ ແລະ ຄວາມປອດໄພດ້ານຊີວິດຂອງຕໍາຫຼວດທີ່ປະຈໍາຢູ່ກໍ່າປັ່ນເລກ 9701 ເປັນເດີມພັນ, ຖືເອົາ “ມະນຸດສະທໍາ” ເປັນຂໍ້ອ້າງເພື່ອ “ລະເມີດສິດ” ໂດຍໄດ້ລ່ວງລໍ້າຕໍ່ອະທິປະໄຕ ແລະ ຜືນແຜ່ນດິນຂອງຈີນຢ່າງໜັກໜ່ວງ. ຈີນເຕືອນຕໍ່ຟິລິບປິນຢ່າງເຄັ່ງຂຶມວ່າ: ຈົ່ງຍຸດຕິການກະທໍາທີ່ມີຄວາມສ່ຽງກໍຄືການປຸກປັ່ນປ່າວຂ່າວເກີນຄວາມຈິງໃນທັນທີ ແລະ ຖອນກໍ່າປັ່ນເລກ 9701 ໃນທັນທີ, ຈົ່ງຢ່າຕີລາຄາສະຖານະການຢ່າງຜິດພາດ ແລະ ເຮັດໃຫ້ພາວະເຄັ່ງຕຶງຂຶ້ນ, ບໍ່ດັ່ງນັ້ນຟິລິບປິນຕ້ອງເປັນຝ່າຍຮັບຜິດຊອບຜົນທີ່ເກີດຂຶ້ນທັງໝົດ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ລົດເມພິເສດກາຍເປັນທີ່ສົນໃຈໃນສັງຄົມຈີນ

ນາຍົກຊາໂລມົງກ່າວວ່າ: ບົດຮຽນ ແລະ ຂະບວນການພັດທະນາຂອງຈີນເປັນສິ່ງທີ່ຄວນຮ່ຳຮຽນເອົານຳ

ເດັກຊາຍທີ່ເຄີຍເວົ້າອວດໃນຍາມອາຍຸ 10 ປີ ບັດນີ້ໄດ້ບຸກທະລຸສະຖິຕິໂລກນໍາອີກ

ທາງລົດໄຟຈີນ-ລາວກາຍເປັນເສັ້ນຄຳດ້ານການຂົນສົ່ງຜັກແລະໝາກໄມ້ສົດ

ນາຍົກຟີຈີ: ເຫັນດີນຳແນວຄິດປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ

ປະທານາທິບໍດີເຊແຊວ: ຫວັງໃຫ້ “ກຳປັ່ນສັນຕິພາບ” ເດີນທາງມາເຊແຊວອີກຄັ້ງໜຶ່ງ

ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ

Copyright © cri.cn All Rights Reserved

Share this story on

Messenger Pinterest LinkedIn