ຫຼາຍພາກຂອງໄທມີຝົນຕົກໜັກ ເຮັດໃຫ້ 22 ຄົນເສຍຊີວິດ
ວັນທີ 26 ສິງຫານີ້, ກົມປ້ອງກັນແລະບັນເທົາໄພພິບັດກະຊວງພາຍໃນໄທແຈ້ງວ່າ: ໃນຫວ່າງມໍ່ໆມານີ້ ໄທໄດ້ເກີດໄພນ້ຳຖ້ວມແລະດິນພູເຈື່ອນຍ້ອນຝົນຕົກໜັກ, ເຮັດໃຫ້ມີຜູ້ເສຍຊີວິດ 22 ຄົນ ແລະອີກ 19 ຄົນໄດ້ຮັບບາດເຈັບ. ນອກຈາກນີ້, ມີປະຊາຊົນ 3 ໝື່ນກວ່າຄົນໃນ 13 ແຂວງໄດ້ຮັບຜົນສະທ້ອນ.
ກົມປ້ອງກັນແລະບັນເທົາໄພພິບັດກະຊວງພາຍໃນໄທລະບຸໃນຖະແຫຼງການວ່າ: ນັບແຕ່ວັນທີ 1ສິງຫານີ້, ຝົນຕົກໜັກໄດ້ກະທົບເຖິງ 13 ແຂວງຢູ່ໃນ ພາກເໜືອແລະພາກໃຕ້ຂອງໄທ. ນັບມາຮອດຕອນເຊົ້າວັນທີ 26 ສິງຫານີ້, ມີ 737 ບ້ານໃນ 5 ແຂວງທາງພາກເໜືອຂອງໄທຍັງເກີດມີໄພນ້ຳຖ້ວມ, ກົມດັ່ງກ່າວກຳລັງເພີ່ມທະວີການລະບາຍນ້ຳຢ່າງຮີບດ່ວນຢູ່ໃນເຂດດັ່ງກ່າວ, ອອກແຮງສຸດຂີດເພື່ອຊ່ວຍເຫຼືອປະຊາຊົນຜູ້ປະສົບໄພນ້ຳຖ້ວມ.
.md_Laos_page01 .md_hd{width:300px;}
ຄໍລຳ
ຮູບພາບ
ວີດີໂອ
ນາຍົກຊາໂລມົງກ່າວວ່າ: ບົດຮຽນ ແລະ ຂະບວນການພັດທະນາຂອງຈີນເປັນສິ່ງທີ່ຄວນຮ່ຳຮຽນເອົານຳ