ພາສາລາວ

ນາຍົກໄທຄົນໃໝ່ຈະສຸມໃສ່ຊຸກຍູ້ສາຍພົວພັນໄທ-ຈີນໃຫ້ໄດ້ຮັບການພັດທະນາ

CRI2024-08-27 10:23:08
Share
Share this with Close
Messenger Pinterest LinkedIn

ທ່ານນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີໄທຄົນໃໝ່ໄດ້ຢືນຢັນໃນວັນທີ 26 ສິງຫານີ້ວ່າ: ໄທ-ຈີນມີມິດຕະພາບຢ່າງເລິກເຊິ່ງ, ທ່ານຈະສຸມໃສ່ຊຸກຍູ້ສາຍພົວພັນໄທ-ຈີນໃຫ້ໄດ້ຮັບການພັດທະນາ.

ປີ 2025 ເປັນປີແຫ່ງການສ້າງຕັ້ງສາຍພົວພັນທາງການທູດລະຫວ່າງໄທ-ຈີນຄົບຮອບ 50 ປີ. ທ່ານນາງ ແພທອງທານ ກ່າວຕື່ມວ່າ: ຂ້າພະເຈົ້າຈະສຸມໃສ່ເພີ່ມທະວີສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານໄທ-ຈີນຕື່ມອີກ, ພ້ອມດຽວກັນນີ້, ຄອງຄອຍຈະຮ່ວມກັນສະເຫຼີມສະຫຼອງການສ້າງຕັ້ງສາຍພົວພັນທາງການທູດລະຫວ່າງໄທ-ຈີນຄົບຮອບ 50 ປີກັບຝ່າຍຈີນໃນປີ 2025.

ວັນທີ 16 ສິງຫານີ້, ໃນເວລາລົງຄະແນນສຽງໃນກອງປະຊຸມພິເສດຂອງສະພາຜູ້ແທນລາສະດອນໄທ, ທ່ານນາງ ແພທອງທານ ຊິນນະວັດ ໄດ້ຮັບຄະແນນສຽງເຫັນດີຈາກສະມາຊິກຫຼາຍກວ່າເຄິ່ງໜຶ່ງ ແລະ ໄດ້ຮັບເລືອກຕັ້ງເປັນນາຍົກລັດຖະ ມົນຕີໄທຄົນໃໝ່. ຫຼັງຈາກນັ້ນ, ສົມເດັດ ມະຫາ ວາຊິຣະລົງກອນ ເຈົ້າຊີວິດໄທ ໄດ້ອະນຸຍາດໃຫ້ທ່ານນາງ ແພທອງທານ ຊິນນະວັດ ຮັບໜ້າທີ່ເປັນນາຍົກ ລັດຖະມົນຕີໄທ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ນາຍົກຊາໂລມົງກ່າວວ່າ: ບົດຮຽນ ແລະ ຂະບວນການພັດທະນາຂອງຈີນເປັນສິ່ງທີ່ຄວນຮ່ຳຮຽນເອົານຳ

123全文 3 下一页

Share this story on

Messenger Pinterest LinkedIn