ພາສາລາວ

ບໍ່ອາຍແກັສທຳມະຊາດທີ່ມີບໍລິມາດຫຼາຍກວ່າ 100 ຕື້ແມັດກ້ອນແຫ່ງທຳອິດຢູ່ທະເລໂບໄຫຂອງຈີນມີປະລິມານການຜະລິດອາຍແກັສທຳມະຊາດຫຼາຍກວ່າ 1 ຕື້ແມັດກ້ອນ

cri2024-08-25 15:16:21
Share
Share this with Close
Messenger Pinterest LinkedIn

ວັນທີ 24 ສິງຫານີ້, ກຸ່ມບໍລິສັດນ້ຳມັນເຊື້ອໄຟທະເລຈີນຈຳກັດແຈ້ງຂ່າວວ່າ: ບໍ່ອາຍແກັສທຳມະຊາດ 19-6 ໂບຈົ່ງເຊິ່ງເປັນບໍ່ອາຍແກັສທຳມະຊາດທີ່ມີບໍລິມາດຫຼາຍກວ່າ 100 ຕື້ແມັດກ້ອນແຫ່ງທຳອິດຢູ່ທະເລໂບໄຫຂອງຈີນມີປະລິມານການຜະລິດອາຍແກັສທຳມະຊາດນັບລວມແລ້ວຫຼາຍກວ່າ 1 ຕື້ແມັດກ້ອນ.

ບໍ່ອາຍແກັສທຳມະຊາດ 19-6 ໂບຈົ່ງຕັ້ງຢູ່ເຂດທະເລພາກກາງຂອງທະເລໂບໄຫ, ໄດ້ຄົ້ນພົບຢ່າງຈະແຈ້ງແລ້ວວ່າ: ມີບໍລິມາດບັນຈຸອາຍແກັສທຳມະຊາດຫຼາຍກວ່າ 200 ຕື້ແມັດກ້ອນ, ແລະມີບໍລິມາດບັນຈຸນ້ຳມັນເຊື້ອໄຟຫຼາຍກວ່າ 200 ລ້ານແມັດກ້ອນ, ແມ່ນບໍ່ອາຍແກັສທຳມະຊາດຂະໜາດໃຫຍ່, ສົມບູນແລະມີບໍລິມາດບັນຈຸອາຍແກັສທຳມະຊາດຫຼາຍກວ່າ 100 ຕື້ແມັດກ້ອນແຫ່ງທຳອິດຢູ່ພາກຕາເວັນອອກຂອງຈີນ. ປັດຈຸບັນນີ້ໄດ້ສ້າງແທ່ນຂຸດເຈາະນ້ຳມັນເຊື້ອໄຟແລະອາຍແກັສທຳມະຊາດເທິງທະເລ 6 ແຫ່ງ, ຫຼາຍທີ່ສຸດສາມາດຜະລິດອາຍແກັສທຳມະຊາດຕໍ່ມືື້ 2.400.000 ແມັດກ້ອນ, ການສ້າງສາຄວາມສາມາດການຜະລິດໄດ້ເຂົ້າສູ່ໄລຍະເຕີບໂຕຢ່າງວ່ອງໄວ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ນາຍົກຊາໂລມົງກ່າວວ່າ: ບົດຮຽນ ແລະ ຂະບວນການພັດທະນາຂອງຈີນເປັນສິ່ງທີ່ຄວນຮ່ຳຮຽນເອົານຳ

123全文 3 下一页

Share this story on

Messenger Pinterest LinkedIn