ພາສາລາວ

ທາງລົດໄຟຈີນ-ລາວໄດ້ຮອງຮັບຜູ້ໂດຍສານຫຼາຍກວ່າ 38 ລ້ານເທື່ອຄົນ

cri2024-08-21 15:45:26
Share
Share this with Close
Messenger Pinterest LinkedIn

ອີງຕາມກຸ່ມບໍລິສັດທາງລົດໄຟຈີນສາຂາຄຸນໝິງແຈ້ງໃຫ້ຮູ້ວ່າ: ນັບແຕ່ເສັ້ນທາງລົດໄຟຈີນ-ລາວເປີດໃຫ້ບໍລິການຢ່າງເປັນທາງການຈົນມາຮອດວັນທີ 19 ສິງຫານີ້, ທາງລົດໄຟຈີນ-ລາວໄດ້ເປີດແລ່ນຂະບວນລົດໄຟໂດຍສານທັງໝົດ 56.000 ຂະບວນ, ໄດ້ຂົນສົ່ງຜູ້ໂດຍສານຫຼາຍກວ່າ 38 ລ້ານເທື່ອຄົນ, ໄດ້ດຶງດູດຜູ້ໂດຍສານ 252.000 ຄົນທີ່ມາຈາກ 100 ປະເທດ ແລະ ເຂດແຄວ້ນໃນໂລກຂີ່ລົດໄຟໂດຍສານສາກົນເດີນທາງຂ້າມຊາຍແດນ ເຊິ່ງໄດ້ສ້າງພະລັງຊີວິດອັນແຂງແຮງໃຫ້ແກ່ການຊຸກຍູູ້ຄວາມຈະເລີນຮຸ່ງເຮືອງຂອງເສດຖະກິດດ່ານ, ການທ່ອງທ່ຽວຂ້າມຊາຍແດນ ແລະ ການລົງເລິກການແລກປ່ຽນດ້ານວັດທະນະທຳ.

ອີງຕາມສະຖິຕິສະແດງໃຫ້ເຫັນວ່າ: ນັບແຕ່ເລີ່ມປີນີ້ເປັນຕົ້ນມາ, ທາງລົດໄຟຈີນ-ລາວໄດ້ຮອງຮັບຜູ້ໂດຍສານທັງໝົດ 12,73 ລ້ານເທື່ອຄົນ, ເພີ່ມຂຶ້ນ 1,35 ລ້ານເທື່ອຄົນ ຫຼື 11,9% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເຊິ່ງໄດ້ສະແດງໃຫ້ເຫັນເຖິງທ່ວງທ່າການພັດທະນາອັນແຂງແຮງ ແລະ ອະນາຄົດການພັດທະນາອັນກວ້າງຂວາງ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

123全文 3 下一页

Share this story on

Messenger Pinterest LinkedIn