ພາສາລາວ

ອາເມຣິກາຄວນຍຸດຕິຍຸຍົງສົ່ງເສີມການເປັນປໍລະປັກກັນຢູ່ທະເລຈີນໃຕ້

cri2024-08-21 15:57:05
Share
Share this with Close
Messenger Pinterest LinkedIn

ວັນທີ 20 ສິງຫານີ້, ທ່ານນາງມາວນິງ ໂຄສົກກະຊວງການຕ່າງປະເທດຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວ ໂດຍກ່າວວ່າ: ມື້ວານນີ້, ຂ້າພະເຈົ້າໄດ້ສະແດງຫຼັກໝັ້ນອັນເຄັ່ງຂຶມຂອງຝ່າຍຈີນ ກ່ຽວກັບເຮືອຕຳຫຼວດທະເລຟີລິບປິນລ່ວງລ້ຳເຂົ້າໄປເຂດທະເລໃກ້ກັບຫາດຕື້ນຊຽນປິ່ນໝູ່ເກາະໜານຊາຂອງຈີນ. ຟີລິບປິນໄດ້ລ່ວງລ້ຳອະທິປະໄຕຂອງຈີນກ່ອນ, ຈີນປະຕິບັດມາດຕະການປົກປ້ອງສິດທີ່ຊອບດ້ວຍກົດໝາຍ ເຊິ່ງມີຈຸດປະສົງປົກປ້ອງອະທິປະໄຕທາງດິນແດນ ພ້ອມດ້ວຍສິດ ແລະ ຜົນປະໂຫຍດທາງທະເລຂອງຕົນ, ເປັນການກະທຳທີ່ຍຸຕິທຳ ແລະ ຊອບດ້ວຍກົດໝາຍ, ໃຜກໍໂຕ້ຖຽງຕໍ່ເລື່ອງນີ້ບໍ່ໄດ້. ອາເມຣິກາບໍ່ແມ່ນຝ່າຍທີ່ກ່ຽວຂ້ອງກັບບັນຫາທະເລຈີນໃຕ້, ບໍ່ມີສິດແຊກແຊງບັນຫາທີ່ພົວພັນກັບທະເລຈີນໃຕ້ລະຫວ່າງຈີນແລະຟີລິບປິນ, ຍິ່ງບໍ່ສາມາດລ່ວງລ້ຳອະທິປະໄຕ, ສິດ ແລະ ຜົນປະໂຫຍດຢູ່ທະເລຈີນໃຕ້ຂອງຈີນ ດ້ວຍຂໍ້ອ້າງ “ສົນທິສັນຍາປ້ອງກັນຮ່ວມກັນລະຫວ່າງອາເມຣິກາແລະຟີລິບປິນ”. ອາເມຣິກາຄວນຍຸດຕິປຸກປັ່ນການເປັນປໍລະປັກກັນຢູ່ທະເລຈີນໃຕ້, ຢ່າທຳລາຍຄວາມໝັ້ນຄົງຂອງພາກພື້ນ ແລະ ເຮັດໃຫ້ສະຖານະການຢູ່ພາກພື້ນເຄັ່ງຕຶງຂຶ້ນຕື່ມອີກ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ເດັກຊາຍທີ່ເຄີຍເວົ້າອວດໃນຍາມອາຍຸ 10 ປີ ບັດນີ້ໄດ້ບຸກທະລຸສະຖິຕິໂລກນໍາອີກ

ນັກຮຽນຣັດເຊຍສຳຜັດກັບມົນສະເໜ່ທາງວັດທະນະທຳທີ່ເປັນມູນເຊື້ອຂອງຈີນ

ປະທານາທິບໍດີກິເນບິດຊາວ: ຈີນສະໜັບສະໜູນພວກເຮົາໂດຍບໍ່ລັ່ງເລໃຈ ພວກເຮົາກໍສະໜັບສະໜູນຈີນຢ່າງສະເໝີຕົ້ນສະເໝີປາຍ

ນາຍົກຊາໂລມົງກ່າວວ່າ: ບົດຮຽນ ແລະ ຂະບວນການພັດທະນາຂອງຈີນເປັນສິ່ງທີ່ຄວນຮ່ຳຮຽນເອົານຳ

ນ້ຳໃຈຮັກຊາດ ແລະ ຮັກຄອບຄົວຢ່າງດູດດື່ມ

ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ

Copyright © cri.cn All Rights Reserved

Share this story on

Messenger Pinterest LinkedIn