ພາສາລາວ

ເຈົ້າຊີວິດໄທຊົງມີລາຊະໂອງການແຕ່ງຕັ້ງທ່ານນາງແພທອງທານ ຊິນນະວັດຂຶ້ນຮັບຕຳແໜ່ງນາຍົກລັດຖະມົນຕີ

CRI2024-08-19 11:28:17
Share
Share this with Close
Messenger Pinterest LinkedIn

ທ່ານອາພັດ ສຸຂະນັນ ເລຂາທິການສະພາຜູ້ແທນລາສະດອນຂອງໄທໄດ້ຖະແຫຼງໃນວັນທີ 18 ສິງຫານີ້ວ່າ: ເຈົ້າຊີວິດມະຫາ ວະຊິຣາລົງກອນຂອງໄທໄດ້ຊົງມີລາຊະໂອງການແຕ່ງຕັ້ງທ່ານນາງແພທອງທານ ຊິນນະວັດຂຶ້ນດຳລົງຕຳແໜ່ງ ນາຍົກລັດຖະມົນຕີຄົນທີ 31 ຂອງໄທ.

ພາຍຫຼັງໄດ້ຮັບການແຕ່ງຕັ້ງແລ້ວ ທ່ານນາງແພທອງທານກ່າວວ່າ: ຕົນຈະພະຍາຍົມຈົນສຸດຄວາມສາມາດ ເພື່ອແບກຫາບໜ້າທີ່ນາຍົກລັດຖະມົນຕີ ແລະ ເຮັດໃຫ້ປະເທດໄທກາຍເປັນປະເທດທີ່ເຕັມໄປດ້ວຍໂອກາດ.

ທ່ານນາງແພທອງທານ ຊິນນະວັດປີນີ້ອາຍຸ 37 ປີ. ຈາກການລົງຄະແນນສຽງດ້ວຍການຂານຊື່ໃນກອງປະຊຸມວິສາມັນຂອງສະພາຜູ້ແທນລາສະດອນໄທເມື່ອວັນທີ 16 ສິງຫານີ້, ທ່ານນາງແພທອງທານໄດ້ຮັບຄະແນນສຽງສະໜັບສະໜູນຈາກສະມາຊິກສະພາຫຼາຍກວ່າເຄິ່ງໜຶ່ງ ແລະ ໄດ້ຮັບເລືອກຕັ້ງເປັນນາຍົກລັດຖະມົນຕີໄທຄົນໃໝ່. ທ່ານເປັນນາຍົກລັດຖະມົນຕີຍິງຄົນທີສອງໃນປະຫວັດສາດຂອງໄທ ແລະ ເປັນນາຍົກລັດຖະມົນຕີທີ່ໜຸ່ມກວ່າໝູ່ຂອງໄທ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ນັກຮຽນຣັດເຊຍສຳຜັດກັບມົນສະເໜ່ທາງວັດທະນະທຳທີ່ເປັນມູນເຊື້ອຂອງຈີນ

ອັດງານກິລາໂອລິມປິກລະດູຮ້ອນຄັ້ງທີ 33 ຢູ່ປາຣີ

123全文 3 下一页

Share this story on

Messenger Pinterest LinkedIn