ພາສາລາວ

ເຮືອຟິລິບປິນຈອດຢູ່ແຄມເກາະຊ່ຽນປິ່ນຂອງຈີນຢ່າງຜິດກົດໝາຍ ກະຊວງການຕ່າງປະເທດຈີນຮຽກຮ້ອງໃຫ້ຟິລິບປິນເຄື່ອນຍ້າຍເຮືອທີ່ກ່ຽວຂ້ອງອອກໄປໃນທັນທີ

cri2024-08-17 15:30:32
Share
Share this with Close
Messenger Pinterest LinkedIn

ວັນທີ 16 ສິງຫານີ້, ໂຄສົກກະຊວງການຕ່າງປະເທດຈີນໄດ້ຕອບຄຳຖາມທີ່ກ່ຽວຂ້ອງກັບເຮືອຕຳຫຼວດທະເລຟີິລິບປີນ ທີ່ຈອດຢູ່ແຄມຝັ່ງເກາະຊ່ຽນປີ່ນຂອງ ຈີນຢ່າງຜິດກົດໝາຍ.

ເກາະຊ່ຽນປິ່ນແມ່ນພາກສ່ວນໜຶ່ງຂອງໝູ່ເກາະນານຊ່າຈີນ. ເຮືອຟິລິບປິນໄດ້ເດີນເຮືອຢູ່ບໍລິເວນອ້ອມແອ້ມເກາະຊ່ຽນປິ່ນ ແລະຈອດທຽບທ່າເປັນເວລາດົນຕາມລຳພັງ, ເຊິ່ງໄດ້ລ່ວງລ້ຳອະທິປະໄຕຂອງຈີນຢ່າງໜັກໜ່ວງ, ຝ່າຝືນກັບຂໍ້ກຳນົດຂອງ “ຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຈີນໃຕ້”, ແລະໄດ້ກາຍເປັນການຂົ່ມຂູ່ຕໍ່ສັນຕິພາບແລະສະຖຽນລະພາບຢູ່ທະເລຈີນໃຕ້ຢ່າງໜັກໜ່ວງ.

ຈີນໄດ້ສະເໜີການຕໍ່ວ່າທັກທ້ວງຢ່າງເຄັ່ງຂຶມຕໍ່ຟິລິບປິນໂດຍຜ່ານຊ່ອງທາງການທູດ, ຮຽກຮ້ອງໃຫ້ຟິລິບປິນຈົ່ງຢຸດການກະທຳທີ່ລ່ວງລ້ຳອະທິປະໄຕຂອງຈີນໃນທັນທີ, ແລະເຄື່ອນຍ້າຍເຮືອທີ່ກ່ຽວຂ້ອງອອກໄປໃນທັນທີ. ຈີນກຳລັງຕິດຕາມສະພາບການທີ່ກ່ຽວຂ້ອງຢ່າງໃກ້ຊິດ, ຈະໃຊ້ມາດຕະການທີ່ເດັດຂາດແລະແຂງແຮງ ເພື່ອປົກປັກຮັກສາອະທິປະໄຕຢູ່ເໜືອຜືນແຜ່ນດິນ ພ້ອມທັງສິດແລະຜົນປະໂຫຍດທາງທະເລຂອງຕົນ, ປົກປັກຮັກສາຄວາມເຂັ້ມງວດຂອງ“ຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຈີນໃຕ້”.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ນັກຮຽນຣັດເຊຍສຳຜັດກັບມົນສະເໜ່ທາງວັດທະນະທຳທີ່ເປັນມູນເຊື້ອຂອງຈີນ

ອັດງານກິລາໂອລິມປິກລະດູຮ້ອນຄັ້ງທີ 33 ຢູ່ປາຣີ

123全文 3 下一页

Share this story on

Messenger Pinterest LinkedIn