ພາສາລາວ

ຈີນຍິນດີລົງເລິກການຮ່ວມມືທີ່ຕິດແທດຕົວຈິງກັບໄທ

CRI2024-08-17 11:18:20
Share
Share this with Close
Messenger Pinterest LinkedIn

ວັນທີ 16 ສິງຫານີ້, ໂຄສົກກະຊວງການຕ່າງປະເທດຈີນໄດ້ຕອບຄໍາຖາມນັກຂ່າວກ່ຽວກັບທ່ານນາງ ແພທອງທານ ຊິນນະວັດ ໄດ້ຮັບເລືອກຕັ້ງເປັນນາຍົກລັດຖະມົນຕີໄທຄົນໃໝ່.

ໃນໂອກາດນີ້, ໂຄສົກກະຊວງການຕ່າງປະເທດຈີນກ່າວວ່າ: ຈີນສະແດງຄວາມຊົມເຊີຍຕໍ່ທ່ານນາງ ແພທອງທານ ຊິນນະວັດ ທີ່ໄດ້ຮັບເລືອກຕັ້ງເປັນນາຍົກລັດຖະມົນຕີໄທຄົນໃໝ່, ເຊື່ອວ່າປະຊາຊົນໄທຈະໄດ້ຜົນສໍາເລັດອັນໃໝ່ໃຫຍ່ຫຼວງກວ່າເກົ່າບົນເສັ້ນທາງພັດທະນາທີ່ສອດຄ່ອງກັບສະພາບເງື່ອນໄຂຕົວຈິງຂອງປະເທດຕົນ.

ໂຄສົກກະຊວງການຕ່າງປະເທດຈີນກ່າວຕື່ມວ່າ: ຈີນ-ໄທມີຄວາມໃກ້ຊິດກັນເໝືອນດັ່ງຄອບຄົວດຽວກັນ, ສອງປະເທດເປັນບ້ານໃກ້ເຮືອນຄຽງທີ່ດີ, ປີ 2025 ຈະເປັນປີຄົບຮອບ 50 ປີແຫ່ງການສ້າງຕັ້ງສາຍພົວພັນທາງການທູດລະຫວ່າງຈີນ-ໄທ, ການພັດທະນາສາຍພົວພັນລະຫວ່າງສອງປະເທດໄດ້ພົບພໍ້ກັບໂອກາດຄັ້ງປະຫວັດສາດອັນໃໝ່. ຈີນຍິນດີຮ່ວມກັບໄທ, ສົ່ງເສີມໄມຕີຈິດມິດຕະພາບທີ່ເປັນມູນເຊື້ອ, ເພີ່ມທະວີການສົນທະນາທາງຍຸດທະສາດ, ລົງເລິກການຮ່ວມມືທີ່ຕິດແທດຕົວຈິງ ເພື່ອຊຸກຍູ້ການສ້າງຄູ່ຮ່ວມຊາຕາກໍາຈີນ-ໄທໃຫ້ກ້າວລົງສູ່ລວງເລິກ ແລະ ບັນລຸຜົນເປັນຈິງຢ່າງບໍ່ຢຸດຢັ້ງ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ນັກຮຽນຣັດເຊຍສຳຜັດກັບມົນສະເໜ່ທາງວັດທະນະທຳທີ່ເປັນມູນເຊື້ອຂອງຈີນ

ອັດງານກິລາໂອລິມປິກລະດູຮ້ອນຄັ້ງທີ 33 ຢູ່ປາຣີ

123全文 3 下一页

Share this story on

Messenger Pinterest LinkedIn