ພາສາລາວ

ທ່ານນາງ ແພທອງທານ ຊິນນະວັດໄດ້ຮັບເລືອກຕັ້ງເປັນນາຍົກລັດຖະມົນຕີໄທຄົນໃໝ່

cri2024-08-16 15:47:49
Share
Share this with Close
Messenger Pinterest LinkedIn

ວັນທີ 16 ສິງຫານີ້, ສະພາຕ່ຳຂອງໄທໄດ້ຈັດກອງປະຊຸມເພື່ອລົງຄະແນນສຽງເລືອກຕັ້ງນາຍົກລັດຖະມົນຕີ. ທ່ານນາງ ແພທອງທານ ຊິນນະວັດ ຫົວໜ້າພັກເພື່ອໄທທີ່ໄດ້ຮັບການສະເໜີຊື່ໃຫ້ເປັນຜູ້ສະໝັກຮັບເລືອກຕັ້ງນາຍົກລັດຖະມົນຕີນັ້ນ ຜ່ານການລົງຄະແນນສຽງແບບເປີດເຜີຍດ້ວຍການຂານຊື່ປາກົດວ່າ: ທ່ານນາງແພທອງທານ ຊິນນະວັດ ໄດ້ຮັບການສະໜັບສະໜູນຈາກສະມາຊິກສະພາຕ່ຳຫຼາຍກວ່າເຄິ່ງໜຶ່ງດ້ວຍຄະແນນສຽງເຫັນດີ 319 ຄະແນນ ແລະ ໄດ້ຮັບເລືອກຕັ້ງເປັນນາຍົກລັດຖະມົນຕີໄທຄົນໃໝ່.

ທ່ານນາງ ແພທອງທານ ຊິນນະວັດເກີດໃນປີ 1986, ເປັນຫົວໜ້າພັກເພື່ອໄທຄົນປັດຈຸບັນ, ແມ່ນລູກສາວຂອງທ່ານທັກສິນ ຊິນນະວັດ ອະດີດນາຍົກລັດຖະມົນຕີໄທ. ຫຼັງຈາກໄດ້ຮັບເລືອກຕັ້ງເປັນນາຍົກລັດຖະມົນຕີໄທແລ້ວ, ທ່ານນາງ ແພທອງທານ ຊິນນະວັດ ຈະກາຍເປັນນາຍົກລັດຖະມົນຕີຍິງຄົນທີສອງ ແລະ ເປັນນາຍົກລັດຖະມົນຕີທີ່ມີອາຍຸນ້ອຍທີ່ສຸດໃນປະຫວັດສາດຂອງໄທ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ນັກຮຽນຣັດເຊຍສຳຜັດກັບມົນສະເໜ່ທາງວັດທະນະທຳທີ່ເປັນມູນເຊື້ອຂອງຈີນ

123全文 3 下一页

Share this story on

Messenger Pinterest LinkedIn