ທ່ານວາງຢີ້ພົບປະກັບຮອງນາຍົກ ທັງເປັນລັດຖະມົນຕີການຕ່າງປະເທດກຳປູເຈຍ
ວັນທີ 15 ສິງຫານີ້, ຢູ່ແຂວງຊຽງໃໝ່ຂອງໄທ, ທ່ານວາງຢີ້ ກຳມະການກົມການເມືອງສູນກາງພັກຄອມມູນິດຈີນ, ລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ພົບປະກັບທ່ານຊົກ ຈັນດາ ໂຊເພຍ ຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດກຳປະເຈຍ.
ທ່ານວາງຢີ້ກ່າວວ່າ:ມິດຕະພາບທີ່ແຂງແກ່ນລະຫວ່າງຈີນ ກັບ ກຳປູເຈຍຍິ່ງເກົ່າຍິ່ງໝັ້ນໜຽວ.ປັດຈຸບັນ ສະພາບແວດລ້ອມທາຍນອກມີຄວາມສັບສົນ,ພວກເຮົາກໍ່ຍິ່ງຕ້ອງເຮັດວຽກຂອງຕົນໃຫ້ດີຢ່າງໝັ້ນໜຽວບໍ່ປ່ຽນແປງ.ພັດທະນາມິດຕະພາບຈີນ-ກຳປູເຈຍຢ່າງໝັ້ນໜຽວບໍ່ປ່ຽນແປງ ແລະ ເດີນທາມເສັ້ນທາງສາມັກຄີຮ່ວມມື ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດຢ່າງໝັ້ນໜຽວບໍ່ປ່ຽນແປງ.ຈີນຍິນດີຮັດແໜ້ນການໄປມາຫາສູ່ກັນລະຫວ່າງການນຳຂັ້ນສູງ,ລົງເລິກການຮ່ວມມືທີ່ຕິດແທດຕົວຈິງ, ປັບປຸງບູລະນະການຮ່ວມມືດ້ານຄວາມໝັ້ນຄົງ, ເພມີ່ທະວີການແລກປ່ຽນດ້ານວັດທະນະທຳ,ຊຸກຍູ້ການຮ່ວມມືຍຸດທະສາດຮອບດ້ານຈີນ-ກຳປູເຈຍໃຫ້ບັນລຸການພັດທະນາທີ່ມີຄຸນນະພາບສູງ ເພື່ອສ້າງຄວາມສຸກໃຫ້ແກ່ປະຊາຊົນສອງປະເທດຫຼາຍກວ່າເກົ່າ.
ທ່ານຊົກ ຈັນດາ ໂຊເພຍກ່າວວ່າ: ກຳປູເຈຍດີໃຈທີ່ໄດ້ເຫັນຈີນບັນລຸຄວາມທັນສະໄໝ ແລະ ມີຄວາມຈະເລີນຮຸ່ງເຮືອງຫຼາຍກວ່າເກົ່າ. ຈີນບໍ່ເຄີຍເຫັນແກ່ຕົວເພື່ອຊ່ວຍເຫຼືອປະເທດພວມພັດທະນາ,ສຸມໃສ່ປົກປັກຮັກສາສັນຕິພາບ ແລະ ສະຖຽນລະພາບໃນພາກພື້ນ. ການພັດທະນາຂອງຈີນຈະເຮັດໃຫ້ທົ່ວພາກພື້ນ ເຊິ່ງລວມທັງກຳປູເຈຍໄດ້ຮັບຜົນປະໂຫຍດ.
ທ່ານວາງຢີ້ກ່າວຕື່ມອີກວ່າ: ການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງໄດ້ຊ່ວຍສ້າງຄວາມສຸກເພິ່ມໃຫ້ແກ່ປະຊາຊົນຂອງ 6 ປະເທດຫຼາຍ ຂຶ້ນແລະ ຍັງໄດ້ຊຸກຍູ້ໃຫ້ 6 ປະເທດຕາມລຸ່ມແມ່ນ້ຳຂອງພັດທະນາຈະເລີນຮຸ່ງເຮືອງ. ຈີນຍິນດີຜ່ານການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ຊຸກຍູ້ແຫຼມອິນດູ-ຈີນໃຫ້ພັດທະນາກ້າວຂຶ້ນໂດຍລວມ, ເຮັດໃຫ້ຄວາມແຕກໂຕນກັນໃນອາຊຽນຫຼຸດໜ້ອຍລົງ, ຊຸກຍູ້ໃຫ້ອາຊຽນເຊື່ອມໂຍງເຂົ້າກັນຫຼາຍກວ່າເກົ່າ.
.md_Laos_page01 .md_hd{width:300px;}
ຄໍລຳ
ຮູບພາບ
ວີດີໂອ
ນັກຮຽນຣັດເຊຍສຳຜັດກັບມົນສະເໜ່ທາງວັດທະນະທຳທີ່ເປັນມູນເຊື້ອຂອງຈີນ
ອັດງານກິລາໂອລິມປິກລະດູຮ້ອນຄັ້ງທີ 33 ຢູ່ປາຣີ
ທ່ານ ວາງອູຊ່ານ ຜູ້ຫຼົງໄຫຼໃນການປູກຕົ້ນໄມ້ ເພື່ອຫົ່ມເສື້ອສີຂຽວໃຫ້ພູຮົກຮ້າງ 80 ກວ່າເຮັກຕາ
ນ້ຳໃຈຮັກຊາດ ແລະ ຮັກຄອບຄົວຢ່າງດູດດື່ມ
ໄຂງານຫຼິ້ນນໍ້າຢູ່ບໍ່ນໍ້າອຸ່ນ 7 ເທວະດາແຂວງໄຫຫຼຳາປີ 2024
ການເປີດບໍລິການທາງລົດໄຟຈີນ-ລາວຊຸກຍູ້ການພັດທະນາຊັບພະຍາກອນມະນຸດທາງລົດໄຟຂອງລາວ
ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ
Copyright © cri.cn All Rights Reserved