ທ່ານວາງຢີ້ພົບປະກັບລັດຖະມົນຕີກະຊວງການຕ່າງປະເທດລາວ
ວັນທີ 15 ສິງຫານີ້, ທ່ານ ວາງຢີ້ ກຳມະການກົມການເມືອງສູນກາງພັກຄອມມູນິດຈີນ, ລັດຖະມົນຕີກະຊວງການຕ່າງປະເທດຈີນ ໄດ້ພົບປະກັບ ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດລາວ ຢູ່ແຂວງຊຽງໃໝ່ຂອງໄທ.
ທ່ານວາງຢີ້ກ່າວວ່າ: ພາຍໃຕ້ການນຳພາທາງຍຸດທະສາດຂອງຜູ້ນຳສູງສຸດຂອງສອງພັກສອງລັດ, ການສ້າງປະຊາຄົມຮ່ວມຊາຕາກຳຈີນ-ລາວໄດ້ເລັ່ງລັດຊຸກຍູ້ໃຫ້ໄວ້ຂຶ້ນກວ່າເກົ່າ, ຍອດມູນຄ່າການຄ້າສອງຝ່າຍໄດ້ເພີ່ມສູງຂຶ້ນຢ່າງຕໍ່ເນື່ອງ, ຄວາມສາມາດດ້ານການຂົນສົ່ງຕາມທາງລົດໄຟຈີນ-ລາວໄດ້ສ້າງສະຖິຕິໃໝ່ຢູ່ເລື້ອຍໆ, ການໄປມາຫາສູ່ກັນຂອງປະຊາຊົນແມ່ນເພີ່ມຂຶ້ນຢ່າງຫຼວງຫຼາຍ, ວຽກງານພາກພື້ນແລະສາກົນໄດ້ປະສານສົມທົບກັນຢ່າງແໜ້ນແຟ້ນກວ່າເກົ່າ. ຈີນສະໜັບສະໜູນລາວຊອກຫາເສັ້ນທາງພັດທະນາທີ່ເໝາະສົມກັບສະພາບເງື່ອນໄຂຕົວຈິງຂອງປະເທດຕົນຢ່າງເດັດດ່ຽວ, ເດັດດ່ຽວສະໜັບສະໜູນລາວເຮັດວຽກເປັນປະທານໝູນວຽນຂອງອາຊຽນໃຫ້ດີ ເພື່ອຍົກສູງຖານະບົດບາດຂອງຕົນໃນພາກພື້ນແລະສາກົນໃຫ້ສູງຂຶ້ນຕື່ມອີກ.
ທ່ານ ສະເຫຼີມໄຊ ກົມມະສິດ ກ່າວວ່າ: ການຮ່ວມມືລະຫວ່າງລາວ-ຈີນໄດ້ພັດທະນາໄປຢ່າງວ່ອງໄວ ເຊິ່ງໄດ້ເສີມຂະຫຍາຍບົດບາດສຳຄັນທີ່ສຸດເຂົ້າໃນການພັດທະນາເສດຖະກິດຂອງລາວ. ລາວຍິນດີຮ່ວມກັບຈີນພ້ອມກັນຈັດຕັ້ງປະຕິບັດຄວາມຮັບຮູ້ທີ່ເປັນເອກະພາບອັນສຳຄັນທີ່ຜູ້ນຳສອງປະເທດກ້າວເຖິງຂັ້ນຕົກລົງກັນໃຫ້ດີ, ເພີ່ມທະວີການໄປມາຫາສູ່ກັນໃນລະດັບສູງ, ລົງເລິກການຮ່ວມມືໃນຂົງເຂດຕ່າງໆ, ພ້ອມກັນປາບປາມອາດຊະຍາກຳຂ້າມຊາດ, ຊຸກຍູ້ໃຫ້ການສ້າງປະຊາຄົມຮ່ວມຊາຕາກຳລາວ-ຈີນໄດ້ຮັບຜົນງານຫຼາຍກວ່າເກົ່າ, ທັງສ້າງຄວາມສຸກໃຫ້ແກ່ປະຊາຊົນສອງຊາດ.
.md_Laos_page01 .md_hd{width:300px;}
ຄໍລຳ
ຮູບພາບ
ວີດີໂອ
ນັກຮຽນຣັດເຊຍສຳຜັດກັບມົນສະເໜ່ທາງວັດທະນະທຳທີ່ເປັນມູນເຊື້ອຂອງຈີນ
ອັດງານກິລາໂອລິມປິກລະດູຮ້ອນຄັ້ງທີ 33 ຢູ່ປາຣີ
ທ່ານ ວາງອູຊ່ານ ຜູ້ຫຼົງໄຫຼໃນການປູກຕົ້ນໄມ້ ເພື່ອຫົ່ມເສື້ອສີຂຽວໃຫ້ພູຮົກຮ້າງ 80 ກວ່າເຮັກຕາ
ນ້ຳໃຈຮັກຊາດ ແລະ ຮັກຄອບຄົວຢ່າງດູດດື່ມ
ໄຂງານຫຼິ້ນນໍ້າຢູ່ບໍ່ນໍ້າອຸ່ນ 7 ເທວະດາແຂວງໄຫຫຼຳາປີ 2024
ການເປີດບໍລິການທາງລົດໄຟຈີນ-ລາວຊຸກຍູ້ການພັດທະນາຊັບພະຍາກອນມະນຸດທາງລົດໄຟຂອງລາວ
ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ
Copyright © cri.cn All Rights Reserved