ຜູ້ນຳມຽນມາຕ້ອນຮັບການເຂົ້າຢ້ຽມຄຳນັບຂອງທ່ານວາງຢີ້
ວັນທີ 14 ສິງຫານີ້, ທ່ານມິນອ໋ອງລາຍ ຜູ້ນຳປະເທດມຽນມາໄດ້ຕ້ອນຮັບການເຂົ້າຢ້ຽມຄຳນັບຂອງທ່ານວາງຢີ້ ກຳມະການກົມການເມືອງສູນກາງພັກຄອມມູນິດຈີນ ລັດຖະມົນຕີກະຊວງການຕ່າງປະເທດຈີນຢູ່ນະຄອນຫຼວງເນປີດໍຂອງມຽນມາ.
ທ່ານມິນອ໋ອງລາຍກ່າວວ່າ: ມຽນມາໃຫ້ຄວາມສຳຄັນຢ່າງສູງຕໍ່ສາຍພົວພັນກັບຈີນ, ສຸມກຳລັງເຂົ້າໃນການພັດທະນາໄມຕີຈິດມິດຕະພາບລະຫວ່າງມຽນມາ ກັບຈີນ, ຍຶດໝັ້ນຫຼັກການປະເທດຈີນດຽວ, ຍິນດີເປັນປະເທດບ້ານໃກ້ເຮືອນຄຽງທີ່ໜ້າໄວ້ເນື້ອເຊື່ອໃຈຂອງຈີນຕະຫຼອດໄປ. ມຽນມາຂອບໃຈຈີນທີ່ເສີມຂະຫຍາຍບົດບາດລັກສະນະສ້າງສັນເຂົ້າໃນການຊຸກຍູ້ການເຈລະຈາໂດຍສັນຕິຢູ່ພາກເໜືອຂອງມຽນມາ, ຄອງຄອຍຈີນຈະສືບຕໍ່ສະໜັບສະໜູນມຽນມາໃນການປົກປັກຮັກສາຄວາມສະຫງົບຂອງປະເທດຕົນ ແລະ ບັນລຸຄວາມປອງດອງດ້ານການເມືອງ.
ທ່ານວາງຢີ້ກ່າວວ່າ: ຈີນເຄົາລົບນັບຖືມູນເຊື້ອດ້ານການເມືອງຂອງມຽນມາ ແລະ ມຽນມາເລືອກເສັ້ນທາງການພັດທະນາຕາມເງື່ອນໄຂສະພາບຕົວຈິງ ຂອງປະເທດຕົນ. ຈີນເດັດດ່ຽວສະໜັບສະໜູນມຽນມາບັນລຸຄວາມປອງດອງດ້ານການເມືອງໂດຍໄວ, ຊອກພົບເສັ້ນທາງແຫ່ງຄວາມສະຫງົບ ແລະ ຄວາມໝັ້ນຄົງທີ່ຖາວອນ. ຈີນຍິນດີຮ່ວມກັບມຽນມາລົງເລິກການຮ່ວມມືໃນບັນດາຂົງເຂດ, ເລັ່ງລັດຈັດຕັ້ງປະຕິບັດການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ແລະ ໂຄງການໃຫຍ່ຂອງແລວເສດຖະກິດຈີນ-ມຽນມາ, ຊຸກຍູ້ການສ້າງຄູ່ຮ່ວມຊາຕາກຳຈີນ-ມຽນມາປະສົບໃຫ້ໄດ້ຮັບຜົນງານທີ່ແທ້ຈິງຫຼາຍກວ່າເກົ່າ.
.md_Laos_page01 .md_hd{width:300px;}
ຄໍລຳ
ຮູບພາບ
ວີດີໂອ
ນັກຮຽນຣັດເຊຍສຳຜັດກັບມົນສະເໜ່ທາງວັດທະນະທຳທີ່ເປັນມູນເຊື້ອຂອງຈີນ
ອັດງານກິລາໂອລິມປິກລະດູຮ້ອນຄັ້ງທີ 33 ຢູ່ປາຣີ
ທ່ານ ວາງອູຊ່ານ ຜູ້ຫຼົງໄຫຼໃນການປູກຕົ້ນໄມ້ ເພື່ອຫົ່ມເສື້ອສີຂຽວໃຫ້ພູຮົກຮ້າງ 80 ກວ່າເຮັກຕາ
ໄຂງານຫຼິ້ນນໍ້າຢູ່ບໍ່ນໍ້າອຸ່ນ 7 ເທວະດາແຂວງໄຫຫຼຳາປີ 2024
ການເປີດບໍລິການທາງລົດໄຟຈີນ-ລາວຊຸກຍູ້ການພັດທະນາຊັບພະຍາກອນມະນຸດທາງລົດໄຟຂອງລາວ
ທ່ານສີຈິ້ນຜິງນຳພາການປະຕິຮູບແລະເປີດປະຕູສູ່ພາຍນອກໃນຍຸກໃໝ່
ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ
Copyright © cri.cn All Rights Reserved