ທ່ານວາງຢີ້ພົບປະກັບທ່ານຕັນຊຸຍ ອະດີດປະທານຄະນະກຳມະການສັນຕິພາບແລະການພັດທະນາແຫ່ງຊາດມຽນມາ
ວັນທີ 14 ສິງຫານີ້, ທ່ານວາງຢີ້ ກຳມະການກົມການເມືອງສູນກາງພັກຄອມມູນິດຈີນ, ລັດຖະມົນຕີກະຊວງການຕ່າງປະເທດຈີນ ໄດ້ພົບປະກັບທ່ານ ຕັນຊຸຍ ອະດີດປະທານຄະນະກຳມະການສັນຕິພາບແລະການພັດທະນາແຫ່ງຊາດມຽນມາຢູ່ນະຄອນຫຼວງເນປີດໍຂອງມຽນມາ.
ທ່ານຕັນຊຸຍກ່າວວ່າ: ຂ້າພະເຈົ້າດີໃຈຫຼາຍທີ່ໄດ້ເຫັນປະເທດຈີນໄດ້ຮັບຜົນງານການພັດທະນາອັນປະຈັກຕາຂອງໂລກ, ຂອບໃຈຈີນທີ່ໃຫ້ການສະໜັບສະໜູນແລະຊ່ວຍເຫຼືອໃນທຸກດ້ານທີ່ບໍ່ເຫັນແກ່ຜົນປະໂຫຍດສ່ວນຕົວເປັນເວລາຍາວນານຕໍ່ກັບມຽນມາ. ຈີນປຽບເໝືອນອ້າຍນ້ອງແລະຍັງເປັນປະເທດບ້ານໃກ້ເຮືອນຄຽງທີ່ມີໄມຕີຈິດທີ່ດີຂອງມຽນມາ, ສອງປະເທດໄດ້ປະຕິບັດຕໍ່ກັນຢ່າງມີໄມຕີຈິດແລະຢູ່ຮ່ວມກັນໂດຍສັນຕິຢ່າງສະເໝີຕົ້ນສະເໝີປາຍ, ຈຸດນີ້ຈະບໍ່ປ່ຽນແປງຕະຫຼອດໄປ. ຫວັງວ່າຈີນຈະສືບຕໍ່ສະໜອງການສະໜັບສະໜູນທີ່ລ້ຳຄ່າ ເພື່ອຊ່ວຍເຫຼືອມຽນມາປ້ອງກັນການແຊກແຊງຈາກພາຍນອກ ແລະປົກປັກຮັກສາຄວາມສະຫງົບພາຍໃນຂອງຕົນ.
ທ່ານວາງຢີ້ກ່າວວ່າ: ພວກຂ້າພະເຈົ້າຈະຊ່ວຍຄືທີ່ເຄີຍເຮັດຜ່ານມາເພື່ອສະໜັບສະໜູນມຽນມາທີ່ປົກປັກຮັກສາເອກະລາດ, ອະທິປະໄຕ, ເອກະພາບ ແລະຜືນແຜ່ນດິນອັນຄົບຖ້ວນຂອງຕົນ, ສະໜັບສະໜູນມຽນມາໃຫ້ພະຍາຍາມບັນລຸຄວາມປອງດອງທາງການເມືອງພາຍໃນປະເທດຕາມລັດທະທຳມະນູນ, ຈັດການເລືອກຕັ້ງທົ່ວປະເທດຢ່າງສະດວກ, ລິເລີ່ມຂະບວນການຫັນເປັນແບບປະຊາທິປະໄຕຄືນໃໝ່. ຈີນເດັດດ່ຽວຄັດຄ້ານອິດທິກຳລັງພາຍນອກເຂົ້າມາແຊກແຊງວຽກງານພາຍໃນຂອງມຽນມາ, ຄັດຄ້ານການກະທຳແລະຄຳເວົ້າທຸກຢ່າງທີ່ຈະທຳລາຍຄວາມສະຫງົບແລະການພັດທະນາຂອງມຽນມາຢ່າງເດັດດ່ຽວ.
.md_Laos_page01 .md_hd{width:300px;}
ຄໍລຳ
ຮູບພາບ
ວີດີໂອ
ນັກຮຽນຣັດເຊຍສຳຜັດກັບມົນສະເໜ່ທາງວັດທະນະທຳທີ່ເປັນມູນເຊື້ອຂອງຈີນ
ອັດງານກິລາໂອລິມປິກລະດູຮ້ອນຄັ້ງທີ 33 ຢູ່ປາຣີ
ທ່ານ ວາງອູຊ່ານ ຜູ້ຫຼົງໄຫຼໃນການປູກຕົ້ນໄມ້ ເພື່ອຫົ່ມເສື້ອສີຂຽວໃຫ້ພູຮົກຮ້າງ 80 ກວ່າເຮັກຕາ
ການເປີດບໍລິການທາງລົດໄຟຈີນ-ລາວຊຸກຍູ້ການພັດທະນາຊັບພະຍາກອນມະນຸດທາງລົດໄຟຂອງລາວ
ທ່ານສີຈິ້ນຜິງນຳພາການປະຕິຮູບແລະເປີດປະຕູສູ່ພາຍນອກໃນຍຸກໃໝ່
【ເບື້ຶງຫນຶ່ງແມ່ນທະເລສີຟ້າ,ອີກເບື້ອງຫນຶ່ງແມ່ນດອນສີຂຽວ】ຂ້ອຍພັກຢູ່ເຮືອນວີລາທະເລຈີນໃຕ້
ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ
Copyright © cri.cn All Rights Reserved