ພາສາລາວ

ທ່ານວາງຢີ້ຈະຢ້ຽມຢາມມຽນມາ ແລະ ເດີນທາງໄປໄທເພື່ອເປັນປະທານກອງປະຊຸມລັດຖະມົນຕີການຕ່າງປະເທດຄັ້ງທີ 9 ຂອບການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ

CRI2024-08-14 11:26:45
Share
Share this with Close
Messenger Pinterest LinkedIn

ລະຫວ່າງວັນທີ 14 ຫາ 17 ສິງຫານີ້, ທ່ານວາງຢີ້ ກຳມະການກົມການເມືອງສູນກາງພັກຄອມມູນິດຈີນ ລັດຖະມົນຕີກະຊວງການຕ່າງປະເທດຈີນຈະຢ້ຽມຢາມມຽນມາ ແລະ ເດີນທາງໄປໄທ ເພື່ອເປັນປະທານກອງປະຊຸມລັດຖະມົນຕີການຕ່າງປະເທດຄັ້ງທີ 9 ຂອບການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ພ້ອມທັງເຂົ້າຮ່ວມການພົບປະບໍ່ເປັນທາງການຂອງລັດຖະມົນຕີການຕ່າງປະເທດຈີນ ລາວ ມຽນມາ ແລະ ໄທ.

ຫຼາຍປີມໍ່ໆມານີ້, ພາຍໃຕ້ການຊີ້ນຳທາງຍຸດທະສາດຂອງທ່ານສີຈິ້ນຜິງ ປະທານປະເທດຈີນ ແລະ ຜູ້ນຳບັນດາປະເທດແມ່ນ້ຳຂອງ, ຈີນ-ກຳປູເຈຍ ຈີນ-ລາວ ຈີນ-ມຽນມາຈີນ-ໄທ ແລະ ຈີນ-ຫວຽດນາມຕ່າງໄດ້ປະກາດສ້າງປະຊາຄົມຮ່ວມຊາຕາກຳຕາມລຳດັບ, ການສ້າງປະຊາຄົມຮ່ວມຊາຕາກຳລະຫວ່າງສອງຝ່າຍ ແລະ ຫຼາຍຝ່າຍໄດ້ປົກຄຸມໝົດທົ່ວພາກພື້ນແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ. ຈີນຫວັງວ່າ ໂດຍຜ່ານກອງປະຊຸມລັດຖະມົນຕີການຕ່າງປະເທດຂອບການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງໃນຄັ້ງນີ້.ຈະຮ່ວມກັບບັນດາປະເທດແມ່ນ້ຳຂອງ ພ້ອມກັນກວດກາຄືນຄວາມຄືບໜ້າການຮ່ວມມື ແລະ ສະຫຼຸບບົດຮຽນການຮ່ວມມື,ຈັດວາງແຜນການກ່ຽວກັບການພັດທະນາໃນໄລຍະຕໍ່ໜ້າຂອງການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ເພື່ອຊ່ວຍສ້າງປະຊາຄົມຮ່ວມຊາຕາກຳລະຫວ່າງປະເທດແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງທີ່ແໜ້ນແຟ້ນກວ່າເກົ່າ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ນັກຮຽນຣັດເຊຍສຳຜັດກັບມົນສະເໜ່ທາງວັດທະນະທຳທີ່ເປັນມູນເຊື້ອຂອງຈີນ

ອັດງານກິລາໂອລິມປິກລະດູຮ້ອນຄັ້ງທີ 33 ຢູ່ປາຣີ

ທ່ານ ວາງອູຊ່ານ ຜູ້ຫຼົງໄຫຼໃນການປູກຕົ້ນໄມ້ ເພື່ອຫົ່ມເສື້ອສີຂຽວໃຫ້ພູຮົກຮ້າງ 80 ກວ່າເຮັກຕາ

ການເປີດບໍລິການທາງລົດໄຟຈີນ-ລາວຊຸກຍູ້ການພັດທະນາຊັບພະຍາກອນມະນຸດທາງລົດໄຟຂອງລາວ

ທ່ານສີຈິ້ນຜິງນຳພາການປະຕິຮູບແລະເປີດປະຕູສູ່ພາຍນອກໃນຍຸກໃໝ່

【ເບື້ຶງຫນຶ່ງແມ່ນທະເລສີຟ້າ,ອີກເບື້ອງຫນຶ່ງແມ່ນດອນສີຂຽວ】ຂ້ອຍພັກຢູ່ເຮືອນວີລາທະເລຈີນໃຕ້

ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ

Copyright © cri.cn All Rights Reserved

Share this story on

Messenger Pinterest LinkedIn