ພາສາລາວ

ຈີນ-ອິນໂດເນເຊຍຈັດກອງປະຊຸມເຈົ້າໜ້າທີ່ອາວຸໂສກ່ຽວກັບກົນໄກສົນທະນາ “2+2” ຄັ້ງທຳອິດ

CRI2024-08-14 11:30:54
Share
Share this with Close
Messenger Pinterest LinkedIn

ວັນທີ 13 ສິງຫານີ້, ຈີນ-ອິນໂດເນເຊຍໄດ້ຈັດກອງປະຊຸມເຈົ້າໜ້າທີ່ອາວຸໂສກ່ຽວກັບໄກສົນທະນາ “”2+2 ລະຫວ່າງລັດຖະມົນຕີການຕ່າງປະເທດ ແລະ ລັດຖະມົນຕີປ້ອງກັນປະເທດຂອງສອງປະເທດຄັ້ງທຳອິດຢູ່ນະຄອນຫຼວງຈາກາຕາ.

ສອງຝ່າຍໄດ້ຕີລາຄາສູງຕໍ່ການຂະຫຍາຍສາຍພົວພັນຈີນ-ອິນໂດເນເຊຍ ແລະ ກ່າວວ່າ ຍິນດີຍຶດໝັ້ນຕາມການຊີ້ນຳຂອງປະມຸກລັດສອງປະເທດ, ເພິ່ມທະວີການປະສານງານ, ຍົກລະດັບການຮ່ວມມືທາງການເມືອງ ແລະ ຄວາມໝັ້ນຄົງ ພ້ອມທັງເສີມສ້າງມິດຕະພາບຄວາມໄວ້ເນື້ອເຊື່ອໃຈລະຫວ່າງສອງປະເທດ, ຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຈີນ-ອິນໂດເນເຊຍໃຫ້ມີຄວາມຄືບໜ້າໃໝ່ຢ່າງບໍ່ຢຸຸດຢັ້ງ.

ໃນໄລຍະຈັດກອງປະຊຸມ, ຈີນໄດ້ບັນຍາຍຫຼັກໝັ້ນ ແລະ ເຈດຈຳນົງໃນບັນຫາທີ່ກ່ຽວຂ້ອງເຖິງຜົນປະໂຫຍດແກນກາງ ແລະ ຄວາມສົນໃຈອັນສຳຄັນຂອງຈີນ ເຊັ່ນ: ບັນຫາໄຕ້ຫວັນ ແລະ ທະເລຈີນໃຕ້ເປັນຕົ້ນ. ອິນໂດເນເຊຍກ່າວຢ້ຳເຖິງການເຄົາລົບຫຼັກການປະເທດຈີນດຽວຢ່າງເດັດດ່ຽວ, ມີເຈດຈຳນົງຄວບຄຸມຂໍ້ຂັດແຍ້ງຢ່າງເໝາະສົມໂດຍຜ່ານການເຈລະຈາສັນຕິພາບ, ຮັກສາໃຫ້ທະເລຈີນໃຕ້ມີສັນຕິພາບ ແລະ ສະຖຽນລະພາບ. ສອງຝ່າຍກ່າວຕື່ມວ່າ:ຈະເສີມຂະຫຍາຍຫຼັກການ 5 ປະການຢູ່ຮ່ວມກັນໂດຍສັນຕິ ແລະ ຈິດໃຈບັນດຸງ, ພ້ອມກັນຍຶດໝັ້ນລັດທິຫຼາຍຝ່າຍຢ່າງແທ້ຈິງ, ພ້ອມກັນຮັກສາສະພາບການທີ່ເປີດປະຕູ ແລະກວມລວມຂອງພາກພື້ນ, ພ້ອມກັນຊີ້ນຳນຳພາການປະຕິຮູບ ແລະ ການສ້າງລະບົບການຄຸ້ມຄອງໂລກ,ປະກອບສ່ວນເພື່ອຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ການພັດທະນາຂອງພາກພື້ນ ແລະ ຂອງໂລກ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ນັກຮຽນຣັດເຊຍສຳຜັດກັບມົນສະເໜ່ທາງວັດທະນະທຳທີ່ເປັນມູນເຊື້ອຂອງຈີນ

ອັດງານກິລາໂອລິມປິກລະດູຮ້ອນຄັ້ງທີ 33 ຢູ່ປາຣີ

ທ່ານ ວາງອູຊ່ານ ຜູ້ຫຼົງໄຫຼໃນການປູກຕົ້ນໄມ້ ເພື່ອຫົ່ມເສື້ອສີຂຽວໃຫ້ພູຮົກຮ້າງ 80 ກວ່າເຮັກຕາ

ການເປີດບໍລິການທາງລົດໄຟຈີນ-ລາວຊຸກຍູ້ການພັດທະນາຊັບພະຍາກອນມະນຸດທາງລົດໄຟຂອງລາວ

ທ່ານສີຈິ້ນຜິງນຳພາການປະຕິຮູບແລະເປີດປະຕູສູ່ພາຍນອກໃນຍຸກໃໝ່

【ເບື້ຶງຫນຶ່ງແມ່ນທະເລສີຟ້າ,ອີກເບື້ອງຫນຶ່ງແມ່ນດອນສີຂຽວ】ຂ້ອຍພັກຢູ່ເຮືອນວີລາທະເລຈີນໃຕ້

ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ

Copyright © cri.cn All Rights Reserved

Share this story on

Messenger Pinterest LinkedIn