ພາສາລາວ

ທ່ານວາງຢີ້ສົ່ງສານອວຍພອນຕໍ່ “ສັບປະດາຈີນ-ອາຊຽນ2024”

CRI2024-08-13 11:53:09
Share
Share this with Close
Messenger Pinterest LinkedIn

ວັນທີ 12 ສິງຫານີ້, ພິທີໄຂກິດຈະກຳ “ສັບປະດາຈີນ-ອາຊຽນ2024”ໄດ້ຈັດຂຶ້ນຢູ່ນະຄອນຊາງເຈີ້ ແຂວງຊ່່ານຊີ່ຈີນ, ທ່ານວາງຢີ້ ກຳມະການກົມການເມືອງສູນກາງພັກຄອມມູນິດຈີນ, ລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ສົ່ງສານອວຍພອນຕໍ່ກິດຈະກຳໃນຄັ້ງນີ້.

ເນື້ອໃນສານອວຍພອນຂອງທ່ານວາງຢີ້ລະບຸວ່າ: ນັບແຕ່ທ່ານສີຈິ້ນຜິງ ປະທານປະເທດຈີນແລະ ຜູ້ນຳບັນດາປະເທດອາຊຽນໄດ້ປະກາດສ້າງການພົວພັນຄູ່ຮ່ວມຍຸດທະສາດຮອບດ້ານຈີນ-ອາຊຽນໃນປີ 2021 ເປັນຕົ້ນມາ, ການ

ສ້າງປະຊາຄົມຮ່ວມຊາຕາກຳຈີນ-ອາຊຽນໄດ້ມີບາດກ້າວທີ່ໝັ້ນແກ່ນ, ປະຊາຊົນຈຳນວນ 2 ຕື້ກວ່າຄົນໄດ້ມີຄວາມຮັກແພງການເຄົາລົບນັບຖື ຄວາມເຂົ້າໃຈ ແລະ ການເຊື່ອມໂຍງກັນຫຼາຍກວ່າເກົ່າ.

ເນື້ອໃນສານອວຍພອນຂອງທ່ານວາງຢີ້ຍັງລະບຸອີກວ່າ: ໃນຖານະທີ່ເປັນບ້ານໃກ້ເຮືອນຄຽງທີ່ມີໄມຕີຈິດມິດຕະພາບ ແລະ ສອງຕະຫຼາດທີ່ພັດທະນາຢ່າງຈະເລີນຮຸ່ງເຮືອງ,ການພົວພັນລະຫວ່າງຈີນ ກັບ ອາຊຽນມີກຳລັງແຮງບົ່ມຊ້ອນທີ່ບໍ່ມີຂອບເຂດຈຳກັດ. ຫວັງວ່າພວກຂ້າພະເຈົ້າຈະກຳເອົາໂອກາດການປະຕິວັດດ້ານວິທະຍາສາດເຕັກໂນໂລຊີ ແລະ ການປ່ຽນແປງດ້ານອຸດສາຫະກຳຮອບໃໝ່,ເສີມຂະຫຍາຍທ່າແຮງທີ່ຊ່ວຍຊູຍູ້ໜູນກັນ, ເພິ່ມພະລັງແຮງໃໝ່ເຂົ້າໃນການພັດທະນາໃຫ້ມີຄວາມຈະເລີນຂອງສອງຝ່າຍ, ເພິ່ມກຳລັງແຮງໃໝ່ເຂົ້າໃນສະຖຽນລະພາບ ແລະຄວາມຈະເລີນຮຸ່ງເຮືອຂອງພາກພື້ນ, ປະກອບສ່ວນໃໝ່ເພື່ອສ້າງປະຊາຄົມຮ່ວມຊາຕາກຳຈີນ-ອາຊຽນທີ່ມີຄວາມແໜ້ນແຟ້ນຫຼາຍກວ່າເກົ່າ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ອັດງານກິລາໂອລິມປິກລະດູຮ້ອນຄັ້ງທີ 33 ຢູ່ປາຣີ

123全文 3 下一页

Share this story on

Messenger Pinterest LinkedIn