ພາສາລາວ

ສານລັດຖະທຳມະນູນໄທຕັດສິນຍຸບພັກກ້າວໄກ

cri2024-08-08 14:19:59
Share
Share this with Close
Messenger Pinterest LinkedIn

ວັນທີ 7 ສິງຫານີ້, ສານລັດຖະທຳມະນູນຂອງໄທຕັດສິນວ່າ: ພັກກ້າວ ໄກເຊິ່ງເປັນພັກໃຫຍ່ອັນດັບໜຶ່ງໃນສະພາຕ່ຳ ໃຫ້ຄຳໝັ້ນສັນຍາວ່າຈະປັບປຸງມາດຕາ 112 ຂອງກົດໝາຍອາຍາ (ຄື: ໂທດລ່ວງເກີນເຈົ້າຊີວິດ) ໃນໄລຍະເຂົ້າຮ່ວມການເລືອກຕັ້ງທົ່ວໄປທີ່ຈັດຂຶ້ນໃນປີກາຍນີ້ ເຊິ່ງການກະທຳດັ່ງກ່າວ ໄດ້ຝ່າຝືນລັດຖະທຳມະນູນໄທ, ສະນັ້ນຈຶ່ງຕັດສິນຍຸບພັກກ້າວໄກ, ຫ້າມບໍ່ໃຫ້ ຄະນະກຳມະການບໍລິຫານງານພັກດັ່ງກ່າວຫຍຸ້ງກ່ຽວກັບວຽກງານການເມືອງເປັນເວລາ 10 ປີ.

ສານລັດຖະທຳມະນູນໄທເຫັນວ່າ, ມີຫຼັກຖານຢືນຢັນວ່າ, ໃນເວລາເຂົ້າຮ່ວມການເລືອກຕັ້ງທົ່ວໄປທີ່ຈັດຂຶ້ນໃນປີກາຍນີ້, ພັກກ້າວໄກໃຫ້ຄຳໝັ້ນສັນຍາວ່າຈະປັບປຸງມາດຕາ 112 ຂອງກົດໝາຍອາຍາ ເພື່ອຍາດແຍ່ງເອົາຄະແນນເລືອກຕັ້ງ, ການກະທຳດັ່ງກ່າວມີເຈຕະນາຢາກໂຄ່ນລົ້ມອຳນາດການປົກຄອງທີ່ຖືເຈົ້າຊີວິດເປັນປະມຸກຂອງປະເທດ, ເປັນການກະທຳທີ່ໄດ້ຝ່າຝືນ ລັດຖະທຳມະນູນ, ສານລັດຖະທຳມະນູນຈຶ່ງຕັດສິນຍຸບພັກກ້າວໄກ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ທ່ານ ວາງອູຊ່ານ ຜູ້ຫຼົງໄຫຼໃນການປູກຕົ້ນໄມ້ ເພື່ອຫົ່ມເສື້ອສີຂຽວໃຫ້ພູຮົກຮ້າງ 80 ກວ່າເຮັກຕາ

123全文 3 下一页

Share this story on

Messenger Pinterest LinkedIn