ມີຫຼາຍກວ່າ 4.55 ລ້ານຄົນຢູ່ຟິລິບປິນປະສົບໄພຈາກພາຍຸ
ຄະນະກຳມະການຫຼຸດໄພພິບັດແຫ່ງຊາດຟິລິບປິນແຈ້ງໃຫ້ຮູ້ວ່າ, ຍ້ອນໄດ້ຮັບຜົນກະທົບຈາກພາຍຸແຄມີ ແລະພາຍຸປຣະປິຣູນ ລວມທັງ ລົມມໍລະສຸມຕາເວັນຕົກສຽງໃຕ້, ເຊິ່ງມາຮອດເວລາ 8 ໂມງເຊົ້າຂອງວັນທີ 29 ກໍລະກົດນີ້, ຢູ່ຟິລິບປິນມີຜູ້ປະສົບໄພຫຼາຍກວ່າ 4,55 ລ້ານຄົນ, ຜູ້ເສຍຊີວິດເພີ່ມຂຶ້ນເປັນ 36 ຄົນ, ນອກນັ້ນຍັງມີຜູ້ຫາຍສາບສູນອີກ 3 ຄົນ.
ກະຊວງກະສິກຳຟິລິບປິນຢືນຢັນວ່າ, ມາຮອດເວລາ 17 ໂມງຂອງວັນທີ 28 ກໍລະກົດນີ້, ພາຍຸແຄມີ ແລະ ລົມມໍລະສຸມຕາເວັນຕົກສຽງໃຕ້ໄດ້ເຮັດໃຫ້ເກີດມີຜົນເສຍຫາຍຫຼາຍກວ່າ 696 ລ້ານເປໂຊຟິລິບປິນ (ປະມານ11 ລ້ານໂດລາ).
.md_Laos_page01 .md_hd{width:300px;}
ຄໍລຳ
ຮູບພາບ
ວີດີໂອ
ທົ່ງຫຍ້າຂອງເມືອງຊີ່ອູ່ຈູ່ມູ້ຊິ້ນທີ່ສວຍງາມ