ພາສາລາວ

ທ່ານຫວາງຢີ້ ພົບປະກັບລັດຖະມົນຕີການຕ່າງປະເທດ ນອກແວ

CRI2024-07-27 09:53:40
Share
Share this with Close
Messenger Pinterest LinkedIn

ວັນທີ 26 ກໍລະກົດນີ້, ທ່ານຫວາງຢີ້, ກຳມະການກົມການເມືອງສູນກາງພັກຄອມມູນິດຈີນທັງເປັນລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ພົບປະກັບທ່ານ Eide ລັດຖະມົນຕີການຕ່າງປະເທດນອກແວ.

ທ່ານຫວາງຢີ້ກ່າວວ່າ, ປີນີ້ແມ່ນປີທີ່ສ້າງສາຍພົວພັນທາງການທູດລະຫວ່າງຈີນກັບນອກແວຄົບຮອບ 70 ປີ, ດ້ວຍຄວາມພະຍາຍາມຮ່ວມຂອງສອງປະເທດ, ການແລກປ່ຽນໃນຂົງເຂດຕ່າງໆຂອງສອງປະເທດໄດ້ເລັ່ງລັດແລະມີປະສິດທິຜົນກວ່າ, ການຮ່ວມມືທີ່ຕິດແທດຕົວຈີງ ໄດ້ຮັບໝາກຜົນທີ່ສຳຄັນ. ນັບແຕ່ຕົ້ນປີນີ້ເປັນຕົ້ນມາ, ຍອດມູນຄ່າການຄ້າສອງຝ່າຍໄດ້ເພີ່ມຂຶ້ນຢ່າງຫຼວງຫຼາຍ, ສະແດງໃຫ້ເຫັນຄວາມຢືດຍົງທີ່ແຂງແຮງແລະຄວາມສາມາດບົ່ມຊ້ອນອັນໃຫຍ່ຫຼວງ. ຈີນຍິນດີຮ່ວມກັບນອກແວເພື່ອຮັດແໜ້ນຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງ, ລົງເລິກການຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ, ແລະເລີ່ມສ້າງການພົວພັນຄູ່ຮ່ວມມືທີ່ດີເດັ່ນໃນ 70 ປີຕໍ່ໜ້າ.

ທ່ານຫວາງຢີ້ກ່າວວ່າ, ກອງປະຊຸມຄົບຄະນະຄັ້ງທີ 3 ຂອງຄະນະກຳມະການສູນກາງພັກຄອມມູນິດຈີນສະໄໝທີ 20 ໄດ້ສຸມໃສ່ລົງເລິກການປະຕິຮູບຢ່າງຮອບດ້ານຕື່ມອີກ, ໄດ້ກໍານົດວຽກງານປະຕິຮູບ 300 ກວ່າລາຍການ, ໄດ້ສະແດງໃຫ້ເຫັນຄວາມຕັດສິນໃຈອັນໜັກແໜ້ນໃນການປະຕິບັດການປະຕິຮູບຈົນເຖິງທີ່ສຸດຂອງຈີນ. ການກໍ່ສ້າງລະບົບເສດຖະກິດເປີດປະຕູລະດັບສູງຂອງຈີນຈະສ້າງກຳລັງແຮງໃໝ່ໃຫ້ແກ່ການຫັນເປັນແບບທັນສະໄໝຂອງຈີນ. ຍິນດີຕ້ອນຮັບບັນດາບໍລິສັດນອກແວສືບຕໍ່ດຳເນີນທຸລະກິດຢູ່ຈີນແລະແບ່ງປັນຜົນປະໂຫຍດຂອງການພັດທະນາຂອງຈີນ, ຈີນຍິນດີເພີ່ມທະວີການຮ່ວມມືກັບນອກແວໃນການຫັນເປັນສີຂຽວ, ແລະຮ່ວມກັນປົກປັກຮັກສາເສດຖະກິດໂລກາພິວັດແລະລະບົບການຄ້າຫຼາຍຝ່າຍ.

ທ່ານ Eide ກ່າວວ່າ, ທ່ານດີໃຈຫຼາຍທີ່ໄດ້ຢ້ຽມຢາມຈີນຢ່າງສຳເລັດຜົນໃນບໍ່ດົນມານີ້. ນອກແວໃຫ້ຄວາມສຳຄັນຕໍ່ການພົວພັນກັບຈີນແລະຍິນດີເພີ່ມທະວີການພົວພັນກັບຈີນແລະກະກຽມໃຫ້ແກ່ການແລກປ່ຽນລະດັບສູງໃນໄລຍະຕໍ່ໄປ. ນອກແວຍຶດໝັ້ນນະໂຍບາຍຈີນດຽວແລະຫຼັກໝັ້ນນີ້ຈະບໍ່ມີການປ່ຽນແປງ, ນອກແວເຂົ້າໃຈວ່າປະເທດໃດກໍ່ບໍ່ສາມາດອະນຸຍາດໃຫ້ແບ່ງແຍກ. ນອກແວແລະຈີນເປັນປະເທດທີ່ມີເສດຖະກິດທີ່ສົມຄູ່ກັນສູງແລະບໍ່ເຫັນດີທີ່ຈະເກັບພາສີເພີ່ມເຕີມຕໍ່ລົດຍົນໄຟຟ້າ, ແລະຍິນດີເພີ່ມທະວີການຮ່ວມມືກັບຈີນກ່ຽວກັບການປ່ຽນແປງຂອງດິນຟ້າອາກາດແລະບັນຫາອື່ນໆເພື່ອສ້າງການຮ່ວມມືສີຂຽວ.

ສອງຝ່າຍຍັງໄດ້ແລກປ່ຽນຄວາມເຫັນກ່ຽວກັບວິກິດການຢູແກຼນແລະບັນຫາປາແລັສຕິນ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ທົ່ງຫຍ້າຂອງເມືອງຊີ່ອູ່ຈູ່ມູ້ຊິ້ນທີ່ສວຍງາມ

123全文 3 下一页

Share this story on

Messenger Pinterest LinkedIn