ພາສາລາວ

ທ່ານ ຫວາງຢີ້ ພົບປະກັບລັດຖະມົນຕີການຕ່າງປະເທດແລະການພັດທະນາອັງກິດ

CRI2024-07-26 19:04:42
Share
Share this with Close
Messenger Pinterest LinkedIn

ວັນທີ 26 ກໍລະກົດນີ້, ທ່ານ ຫວາງຢີ້, ກຳມະການກົມການເມືອງສູນກາງພັກກອມມູນິດຈີນ ລັດຖະມົນຕີກະຊວງການຕ່າງປະເທດຈີນ ໄດ້ພົບປະກັບທ່ານແລມມີ, ລັດຖະມົນຕີກະຊວງການຕ່າງປະເທດແລະການພັດທະນາອັງກິດ ຢູ່ນະຄອນຫຼວງວຽງຈັນ.

ທ່ານ ຫວາງຢີ້ກ່າວວ່າ: ຈີນເອົາໃຈໃສ່ເປັນຢ່າງສູງຕໍ່ອັງກິດສະແດງວ່າຈະປະຕິບັດ ການພົວພັນກັບຈີນໃນດ້ານຍຸດທະສາດແລະໄລຍະຍາວ, ຝ່າຍຈີນຍິນດີຮ່ວມກັບອັງກິດ ພັດທະນາການພົວພັນສອງຝ່າຍຈີນ-ອັງກິດ ຢ່າງໝັ້ນຄົງ ແລະຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ. ຮ່ວມມືຊ່ວຍເຫຼືອເຊິ່ງກັນແລະກັນເພື່ອການພັດທະນາ, ເພີ່ມທະວີການສື່ສານແລະການປະສານງານກ່ຽວກັບສາກົນ, ເຮັດຕາມຫນ້າທີ່ຄວາມຮັບຜິດຊອບຂອງຕົນ, ຮ່ວມກັນຊຸກຍູ້ສັນຕິພາບຂອງໂລກ.

ທ່ານ ຫວາງຢີ້ ກ່າວຕື່ມວ່າ: ຈີນຍິນດີສ້າງຂອບສອງຝ່າຍທີ່ໝັ້ນຄົງແລະຕັ້ງໜ້າກັບອັງກິດ, ເພື່ອມີການແລກປ່ຽນຢ່າງສະດວກ. ສອງຝ່າຍຄວນມີທິດທາງນະໂຍບາຍທີ່ຖືກຕ້ອງ, ມີທ່າທີສະເໝີພາບ ຕິດແທດຕົວຈິງ ໄຂປະຕູ ແລະການຮ່ວມມື ເພື່ອສະໜອງຄວາມມຸ່ງຫວັງໃນແງ່ດີຕໍ່ທຸກຊັ້ນຄົນຂອງສອງປະເທດ. ຄວນຄຸ້ມຄອງຄວາມເຫັນຂັດກັນຢ່າງເໝາະສົມ ແລະ ດຳເນີນການສື່ສານແລກປ່ຽນບົນພື້ນຖານຄວາມສະເໝີພາບ ແລະ ຄວາມເຄົາລົບເຊິ່ງກັນແລະກັນ. ຫວັງວ່າຝ່າຍອັງກິດຈະສ້າງສະພາບແວດລ້ອມແຫ່ງການດຳເນີນທຸລະກິດທີ່ຍຸດຕິທຳ ທ່ຽງທຳແລະບໍ່ຈຳແນກແກ່ວິສາຫະກິດຈີນ.

ທ່ານ ແລມມີ ກ່າວວ່າ: ອັງກິດ ແລະຈີນແມ່ນຄູ່ຮ່ວມມືທີ່ສຳຄັນ, ອັງກິດຍິນດີຮັກສາການພົວພັນ ແລະການແລກປ່ຽນກັບຈີນເພື່ອພັດທະນາການພົວພັນລະຫວ່າງອັງກິດກັບຈີນຢ່າງໝັ້ນທ່ຽງແລະໝັ້ນຄົງໃນໄລຍະຍາວ. ຫຼັກໝັ້ນຈີນດຽວຂອງອັງກິດຍັງບໍ່ມີການປ່ຽນແປງ. ຄອງຄອຍຈະເພີ່ມທະວີການຮ່ວມມືກັບຈີນໃນຫຼາຍຂົງເຂດເຊັ່ນ: ວັດທະນະທຳ, ການສຶກສາ, ສາທາລະນະສຸກ, ການປະດິດສ້າງເຕັກໂນໂລຊີ, ແລະການປ່ຽນແປງຂອງດິນຟ້າອາກາດ. ອັງກິດເອົາໃຈໃສ່ເປັນຢ່າງສູງຕໍ່ອິດທິພົນແລະບົດບາດສຳຄັນຂອງຈີນໃນວຽກງານສາກົນ ແລະຫວັງວ່າຈະຮ່ວມກັນຮັບມືກັບການທ້າທາຍໃນທົ່ວໂລກ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ທົ່ງຫຍ້າຂອງເມືອງຊີ່ອູ່ຈູ່ມູ້ຊິ້ນທີ່ສວຍງາມ

123全文 3 下一页

Share this story on

Messenger Pinterest LinkedIn