ພາສາລາວ

ທ່ານ ຫວາງຢີ້ ພົບປະກັບລັດຖະມົນຕີການຕ່າງປະເທດຣັດເຊຍ

cri2024-07-26 17:52:01
Share
Share this with Close
Messenger Pinterest LinkedIn

ວັນທີ 25 ກໍລະກົດນີ້, ທ່ານຫວາງຢີ້້ ກຳມະການກົມການເມືອງສູນກາງພັກ ລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ພົບປະທ່ານລາບລອບ ລັດຖະມົນຕີກະຊວງການຕ່າງປະເທດຣັດເຊຍ.

ທ່ານຫວາງຢີ້ກ່າວວ່າ ການພົວພັນຈີນ-ຣັດເຊຍມີຄວາມໝັ້ນທ່ຽງ, ເປັນເອກະລາດ, ມີຄວາມໄວ້ເນື້ອເຊື່ອໃຈກັນດ້ານການເມືອງທີ່ໜັກແໜ້ນ, ການປະສານງານທາງຍຸດທະສາດໄດ້ລົງເລິກຢ່າງບໍ່ຢຸດຢັ້ງ, ການຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດມີອະນາຄົດອັນກວ້າງຂວາງ, ການໄປມາຫາສູ່ກັນລະຫວ່າງປະຊາຊົນມີຄວາມຊີວິດຊີວາຢ່າງຕັ້ງໜ້າ, ການຮ່ວມມືສາກົນກໍ່ບັງເກີດຫກຜົນຫຼາຍ. ໂດຍຕໍ່ໜ້າສະຖານະການສາກົນທີ່ວຸ້ນວາຍ ແລະການແຊກແຊງຈາກພາຍນອກ, ຈີນຍິນດີຮ່ວມມືກັບຣັດເຊຍເພື່ອຍຶດໝັ້ນຄວາມມຸ່ງມາດປາຖະໜາອັນດີງາມທີ່ເປັນບ້ານໃກ້ເຮືອນຄຽງທີ່ດີ, ສະໜັບສະໜູນເຊິ່ງກັນແລະກັນ, ຮັກສາຜົນປະໂຫຍດຫຼັກຂອງຕົນ, ແລະເປັນເພື່ອນຮ່ວມທາງ ຄູ່ຮ່ວມງານທີ່ດີຕະຫຼອດໄປ. ພ້ອມກັນພັດທະນາກ້າວໄປໜ້າ.

ທ່ານ ຫວາງຢີ້ ກ່າວວ່າ ຈີນ-ຣັດເຊຍລ້ວນແຕ່ເປັນປະເທດທີ່ສໍາຄັນໃນພາກພື້ນອາຊີປາຊີຟິກແລະເປັນຄູ່ສົນທະນາຂອງອາຊຽນ, ສາມາດຮັກສາການສື່ສານແລກປ່ຽນກ່ຽວກັບການຮ່ວມມືອາຊີຕາເວັນອອກ. ຝ່າຍຈີນຍິນດີຮ່ວມກັບຣັດເຊຍເພື່ອຮັກສາຂອບການຮ່ວມມືພາກພື້ນທີ່ຖືອາຊຽນເປັນໃຈກາງ, ຊຸກຍູ້ກົນໄກອາຊີຕາເວັນອອກທີ່ມີຢູ່ແລ້ວເພື່ອລົງເລິກຄວາມເຫັນດີເຫັນພ້ອມຂອງການຮ່ວມມື, ຊຸກຍູ້ສັນຕິພາບ, ສະຖຽນລະພາບ ແລະຄວາມຈະເລີນຮຸ່ງເຮືອງຂອງພາກພື້ນ.

ທ່ານ ລາບລອບ ຊົມເຊີຍກອງປະຊຸມຄົບຄະນະຄັ້ງທີ 3 ສະໄໝທີ 20 ຂອງພັກກອມມູນິດຈີນໄດ້ປິດລົງຢ່າງຈົບງາມ, ທ່ານກ່າວວ່າ, ກອງປະຊຸມດັ່ງກ່າວມີຄວາມໝາຍສຳຄັນຍິ່ງສຳລັບການພັດທະນາຂອງຈີນຊຶ່ງກໍຄືການຟື້ນຟູເສດຖະກິດຂອງໂລກ. ຣັດເຊຍຍິນດີຮ່ວມມືກັບຈີນ ຊຸກຍູ້ການຮ່ວມມືໃນຂົງເຂດຕ່າງໆຕາມທິດທາງທີ່ປະມຸກລັດສອງປະເທດໄດ້ວາງອອກ. ຣັດເຊຍຈະຮ່ວມມືກັບຈີນເພື່ອສະໜັບສະໜູນຖານະໃຈກາງຂອງອາຊຽນ,ປ້ອງກັນບໍ່ໃຫ້ກໍາລັງພາຍນອກທໍາລາຍແລະແຊກແຊງ.

ສອງຝ່າຍຈະເພີ່ມທະວີການຮ່ວມມືພາຍໃນກົນໄກຫຼາຍຝ່າຍເຊັ່ນອົງການຮ່ວມມືຊຽງໄຮແລະ BRICS.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ທົ່ງຫຍ້າຂອງເມືອງຊີ່ອູ່ຈູ່ມູ້ຊິ້ນທີ່ສວຍງາມ

ແບ້ກາຍເປັນ “ພະນັກງານຕັດຫຍ້າ”, ການຄຸ້ມຄອງສວນຊາດ້ວຍເຕັກນິກດີຈີຕອນໄດ້ຍົກສູງຄຸນນະພາບ ແລະ ຫຼຸດຜ່ອນຕົ້ນທຶນ

ລົດຕູ້ຄອນເທັນເນີທີ່ບັນທຸກອຸປະກອນການຖ່າຍທອດສົດງານກິລາໂອລິມປິກປາຣີຂອງ CMG ໄດ້ປາກົດຕົວຢູ່ນະຄອນຫຼວງປາຣີ

ທ່ານສີຈິ້ນຜິງນຳພາການປະຕິຮູບແລະເປີດປະຕູສູ່ພາຍນອກໃນຍຸກໃໝ່

【ເບື້ຶງຫນຶ່ງແມ່ນທະເລສີຟ້າ,ອີກເບື້ອງຫນຶ່ງແມ່ນດອນສີຂຽວ】ຂ້ອຍພັກຢູ່ເຮືອນວີລາທະເລຈີນໃຕ້

【ເບື້ຶງຫນຶ່ງແມ່ນທະເລສີຟ້າ,ອີກເບື້ອງຫນຶ່ງແມ່ນດອນສີຂຽວ】ແຮງງານປູກຕົ້ນໄມ້ຢູ່ຊານຊາ

ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ

Copyright © cri.cn All Rights Reserved

Share this story on

Messenger Pinterest LinkedIn