ພາສາລາວ

ເວທີສົນທະນາລາວ-ຈີນ “ການລົງເລິກປະຕິຮູບຂອງຈີນໃນຍຸກໃໝ່ກັບໂອກາດຂອງໂລກ” ໄດ້ຈັດຂຶ້ນຢູ່ນະຄອນຫຼວງວຽງຈັນ

cri2024-07-24 17:38:55
Share
Share this with Close
Messenger Pinterest LinkedIn

ວັນທີ 24 ກໍລະກົດນີ້, ເວທີສົນທະນາລາວ-ຈີນ “ການລົງເລິກປະຕິຮູບຂອງຈີນໃນຍຸກໃໝ່ກັບໂອກາດຂອງໂລກ” ທີ່ວິທະຍຸໂທລະພາບສູນກາງຈີນຫຼື CMG ແລະ ຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ຫຼື ສຊປລ ຮ່ວມກັນເປັນເຈົ້າພາບໄດ້ຈັດຂຶ້ນຢູ່ນະຄອນຫຼວງວຽງຈັນ. ທ່ານເຊີ້ນໄຫສົງ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກຄອມມູນິດຈີນ, ຜູ້ອຳນວຍການໃຫຍ່ CMG ໄດ້ປະກອບຄຳເຫັນຜ່ານທາງວີດີໂອ. ທ່ານທອງຈັນ ພູມີພັນ ຮອງເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວໄດ້ເຂົ້າຮ່ວມເວທີສົນທະນາດັ່ງກ່າວແລະໄດ້ປະກອບຄຳເຫັນ. ແຂກຜູ້ມີກຽດ ແລະ ຜູ້ຕາງໜ້າຊາວໜຸ່ມເກືອບ 100 ຄົນໄດ້ແລກປ່ຽນຄວາມເຫັນນຳກັນຢ່າງເລິກເຊິ່ງໂດຍປິ່ນອ້ອມຄວາມໝາຍເລິກເຊິ່ງຍາວໄກຕໍ່ທົ່ວໂລກຂອງກອງປະຊຸມຄົບຄະນະຄັ້ງທີ 3 ຂອງຄະນະກຳມະການສູນກາງພັກຄອມມູນິດຈີນສະໄໝທີ 20, ແລະຄວາມທັນສະໄໝແບບຈີນໄດ້ສະໜອງໂອກາດໃຫ້ແກ່ປະເທດລາວ, ການພັດທະນາຂອງຊາວໜຸ່ມລາວ ແລະການສ້າງຄູ່ຮ່ວມຊາຕາກຳຈີນ-ລາວ.

ທ່ານເຊີ້ນໄຫສົງ ກ່າວວ່າ: ກອງປະຊຸມຄົບຄະນະຄັ້ງທີ 3 ຂອງຄະນະກຳມະການສູນກາງ ພັກຄອມມູນິດຈີນສະໄໝທີ 20 ທີ່ຫາກໍສຳ ເລັດລົງຢ່າງມີໄຊຢູ່ນະຄອນຫຼວງປັກກິ່ງແມ່ນໄດ້ຮັບ ຄວາມສົນໃຈຢ່າງກວ້າງຂວາງຈາກທົ່ວໂລກ,ເຊິ່ງກາຍເປັນຂີດໝາຍປະຫວັດສາດຂອງຈີນໃນຍຸກ ໃໝ່. ການລົງເລິກການປະຕິຮູບຢ່າງຮອບດ້ານຂອງຈີນໃນຍຸກໃໝ່ແມ່ນວິທີການທີ່ເປັນຂໍກຸນ ແຈສຳຄັນໃນການຊຸກຍູ້ການຟື້ນຟູຄວາມຈະເລີນຮຸ່ງເຮືອງຂອງປະຊາຊາດ ແລະ ພາລະກິດອັນ ຍິ່ງໃຫຍ່ແຫ່ງການສ້າງສາປະເທດໃຫ້ເຂັ້ມແຂງຢ່າງຮອບດ້ານດ້ວຍຄວາມທັນສະໄໝແບບຈີນ, ເຊິ່ງຈະປະກອບສ່ວນອັນໃໝ່ໃຫ້ແກ່ມວນມະນຸດເພື່ອຄົ້ນຫາເສັ້ນທາງການຫັນເປັນທັນສະໄໝ ແລະລະບອບສັງຄົມທີ່ດີກວ່າເກົ່າ, ສ້າງໂອກາດໃໝ່ແລະເພີ່ມແຮງຂັບເຄື່ອນໃໝ່ໃຫ້ແກ່ການ ພັດທະນາຂອງປະເທດຕ່າງໆຢູ່ໃນໂລກ.

ໃນຖານະເປັນສື່ສາກົນສັງລວມທີ່ມີຂະໜາດໃຫຍ່ທີ່ສຸດ, ມີຮູບແບບທຸລະກຳຫຼາຍທີ່ສຸດ ແລະ ປົກຄຸມຂອບເຂດກວ້າງຂວາງທີ່ສຸດຢູ່ໃນໂລກ, CMG ໄດ້ສຸມກຳລັງເລົ່າເລື່ອງລາວຂອງ ຈີນກ່ຽວກັບການປະຕິຮູບແລະເປີດປະຕູສູ່ພາຍນອກໃຫ້ດີ, ເລົ່າເລື່ອງລາວຂອງຄວາມ ທັນສະ ໄໝແບບຈີນໃຫ້ດີມາໂດຍຕະຫຼອດ, ຕັ້ງໜ້າສ້າງຂົວຕໍ່ແຫ່ງການແລກປ່ຽນ, ການສົນທະນາແລະ ຖອດຖອນບົດຮຽນເຊິ່ງກັນແລະກັນລະຫວ່າງຈີນກັບໂລກ. ຫວັງວ່າພວກເຮົາຈະມີການແລກປ່ຽນກັນແບບກົງໄປກົງມາຢ່າງເລິກເຊິ່ງ, ຮ່ວມມືກັນກ້າວເດີນໄປຂ້າງໜ້າພ້ອມກັນ, ຮ່ວມກັນແບກຫາບພາລະກຳ, ຮ່ວມກັນຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ ເພື່ອສ້າງອະນາຄົດທີ່ດີງາມກວ່າເກົ່າໃຫ້ແກ່ສັງຄົມມະນຸດ.

ທ່ານທອງຈັນ ພູມີພັນ ຮອງເລຂາຄະນະບໍລິຫານງານ ສຊປລ ໄດ້ສະແດງຄວາມຊົມເຊີຍ ຕໍ່ຜົນສໍາເລັດການດໍາເນີນກອງປະຊຸມຄົບຄະນະຄັ້ງທີ 3 ຂອງຄະນະກໍາມະການສູນກາງພັກ ຄອມມູນິດຈີນສະໄໝທີ 20, ແລະກ່າວວ່າ, ບັນດາຜູ້ແທນເວທີສົນທະນາຈາກສອງປະເທດຈະ ຖືເອົາເວທີ ສົນທະນາຄັ້ງນີ້ແບ່ງປັນຄວາມຮູ້, ປະສົບການຜ່ານຂົງເຂດວຽກງານຕ່າງໆ, ຈັດເວທີ ສົນທະນາຊາວໜຸ່ມຜ່ານຫົວຂໍ້ຕ່າງໆ ເພື່ອສ້າງແຮງບັນດານໃຈ, ເປັນກໍາລັງແຮງອັນສໍາຄັນທີ່ດີ ແລະ ນໍາເອົາບົດຮຽນທີ່ເປັນປະໂຫຍດມາໃຫ້ແກ່ສອງພັກ, ສອງລັດພວກເຮົາ. ໃນໂອກາດນີ້ ຂ້າພະ ເຈົ້າຂໍຊົມເຊີຍ ແລະ ຍົກຍ້ອງຕໍ່ນໍ້າໃຈໄມຕີຈິດອັນງົດງາມ ຂອງພັກ-ລັດ ແລະ ປະຊາຊົນ ຈີນທີ່ໃຫ້ການຊ່ວຍເຫຼືອ ສປປ ລາວ ຫຼາຍດ້ານໃນໄລຍະຜ່ານ ແລະ ສະແດງຄວາ ມຊົມເຊີຍຕໍ່ຜົນສໍາເລັດການດໍາເນີນກອງປະຊຸມຄົບຄະນະຄັ້ງທີ 3 ຂອງຄະນະກໍາມະການສູນກາງ ພັກຄອມມູນິດຈີນສະໄໝທີ 20; ເຊື້ອໝັ້ນວ່າ ບັນດາບົດຮຽນ ແລະ ເນື້ອໃນຜ່ານຫົວຂໍ້ຕ່າງໆ ເຫຼົ່ານັ້ນ ຈະເປັນບົດຮຽນອັນລໍ້າຄ່າ, ສ້າງເງື່ອນໄຂ ແລະ ສະພາບແວດລ້ອມໃຫ້ແກ່ຊາວ ໜຸ່ມລາວ ມີອຸດົມ ການໜັກແໜ້ນມີຄ່ານີຍົມທີ່ຖືກຕ້ອງ, ມີຄວາມຮູ້ຄວາມສາມາດຄຽງຄູ່ກັບຍຸກ ສະໄໝ ກາຍເປັນ ຜູ້ສືບທອດທີ່ດີຂອງພັກ ແລະ ຖືເອົາມະຕິກອງປະຊຸມໃຫ່ຍ, ຖືເອົາການນໍາພາ ຂອງພັກຄອມມູນິດຈີນ ແລະ ພັກປະຊາຊົນປະຕິວັດລາວ ນໍາມາຜັນຂະຫຍາຍ ແລະ ນໍາໃຊ້ເຂົ້າ ໃນວຽກງານໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງ.

ໃນເວທີສົນທະນາດັ່ງກ່າວ, ຜູ້ຕາງໜ້າ 8 ຄົນທີ່ມາຈາກສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ກະຊວງອຸດສາຫະກຳ ແລະ ການຄ້າ, ກະຊວງກະສິກຳ ແລະ ປ່າໄມ້, ຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດລາວ, ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ບໍລິສັດທາງລົດໄຟລາວ-ຈີນຈຳກັດ, ໂຮງຮຽນປະຖົມບ້ານໜອງປີງ ແລະ ນັກຂ່າວ 4 ຄົນຈາກພະແນກພາສາລາວຂອງ CMG ໄດ້ປະກອບຄຳເຫັນໂດຍໄດ້ປະສານສົມທົບກັບບົດຮຽນຕົວຈິງຂອງຕົນ, ພ້ອມທັງໄດ້ແລກປ່ຽນຄວາມເຫັນຢ່າງເລິກເຊິ່ງກັບຜູ້ເຂົ້າຮ່ວມເວທີສົນທະນາໂດຍປິ່ນອ້ອມຄຳສັບສຳຄັນຕ່າງໆຂອງກອງປະຊຸມຄົບຄະນະຄັ້ງທີ 3 ຂອງຄະນະກໍາມະການສູນກາງພັກຄອມມູນິດຈີນ ສະໄໝທີ 20 ເຊັ່ນ: “ການລົງເລິກການປະຕິຮູບຢ່າງຮອບດ້ານຕື່ມອີກ”, “ຄວາມທັນສະໄໝແບບຈີນ”, “ຖືປະຊາຊົນເປັນໃຈກາງ”, “ການເປີດປະຕູສູ່ພາຍນອກຢ່າງມີລະດັບສູງ” ແລະອື່ນໆ.

ຄະນະຊາວໜຸ່ມຈາກແຫ່ງຕ່າງໆໃນທົ່ວປະເທດລາວ ແລະ ຜູ້ຕາງໜ້າຊາວໜຸ່ມລາວໄດ້ເຂົ້າຮ່ວມເວທີສົນທະນາຜ່ານທາງອິນເຕີເນັດ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ທົ່ງຫຍ້າຂອງເມືອງຊີ່ອູ່ຈູ່ມູ້ຊິ້ນທີ່ສວຍງາມ

ແບ້ກາຍເປັນ “ພະນັກງານຕັດຫຍ້າ”, ການຄຸ້ມຄອງສວນຊາດ້ວຍເຕັກນິກດີຈີຕອນໄດ້ຍົກສູງຄຸນນະພາບ ແລະ ຫຼຸດຜ່ອນຕົ້ນທຶນ

ລົດຕູ້ຄອນເທັນເນີທີ່ບັນທຸກອຸປະກອນການຖ່າຍທອດສົດງານກິລາໂອລິມປິກປາຣີຂອງ CMG ໄດ້ປາກົດຕົວຢູ່ນະຄອນຫຼວງປາຣີ

ທ່ານສີຈິ້ນຜິງນຳພາການປະຕິຮູບແລະເປີດປະຕູສູ່ພາຍນອກໃນຍຸກໃໝ່

【ເບື້ຶງຫນຶ່ງແມ່ນທະເລສີຟ້າ,ອີກເບື້ອງຫນຶ່ງແມ່ນດອນສີຂຽວ】ຂ້ອຍພັກຢູ່ເຮືອນວີລາທະເລຈີນໃຕ້

【ເບື້ຶງຫນຶ່ງແມ່ນທະເລສີຟ້າ,ອີກເບື້ອງຫນຶ່ງແມ່ນດອນສີຂຽວ】ແຮງງານປູກຕົ້ນໄມ້ຢູ່ຊານຊາ

ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ

Copyright © cri.cn All Rights Reserved

Share this story on

Messenger Pinterest LinkedIn