ພາສາລາວ

ນັກທຸລະກິດໜຸ່ມຈາກປະເທດແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງກ່າວວ່າ, ການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ທີ່ມີຄຸນນະພາບສູງໄດ້ສະໜອງໂອກາດໃຫ້ແກ່ການພັດທະນາຂອງຊາວໜຸ່ມ

cri2024-07-24 16:06:20
Share
Share this with Close
Messenger Pinterest LinkedIn

ວັນທີ 23 ກໍລະກົດນີ້, ກອງປະຊຸມເວທີເປີກສາຫາລືນັກທຸລະກິດໜຸ່ມປະເທດແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງໄດ້ຈັດຂຶ້ນຢູ່ນະຄອນຄຸນມິງແຂວງຢຸນນານຈີນ, ພາຍໃຕ້ຫົວຂໍ້ “ລົງເລິກການຮ່ວມມື, ຮ່ວມກັນສ້າງຄວາມຈະເລີນຮຸ່ນເຮືອງ”, ຈຸດປະສົງເພື່ອລົງເລິກການຮ່ວມມືທີ່ຕິດແທ້ຕົວຈິງລະຫວ່າງຊາວໜຸ່ມຂອງປະເທດແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ, ປະກອບສ່ວນເຂົ້າໃນການສ້າງແລວພັດທະນາເສດຖະກິດລຸ່ມແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ.

ຜູ້ຕາງໜ້າ 100 ກວ່າຄົນຈາກອົງການຈັດຕັ້ງຊາວໜຸ່ມ ແລະ ນັກທຸລະກິດໜຸ່ມຈາກ 6 ປະເທດແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງໄດ້ເຂົ້າຮ່ວມກອງປະຊຸມ ແລະ ກ່າວວ່າ: ການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ທີ່ມີຄຸນນະພາບສູງໄດ້ສະໜອງໂອກາດໃຫ້ແກ່ການພັດທະນາຂອງຊາວໜຸ່ມ.

ໃນໂອກາດປະກອບຄຳເຫັນ, ທ່ານນາງຫວາງຢີ້ ຮອງປະທານສະຫະພັນຊາວໜຸ່ມຈີນຮຽກຮ້ອງໃຫ້ອົງການຈັດຕັ້ງຊາວໜຸ່ມ ແລະ ນັກທຸລະກິດໜຸ່ມຂອງປະເທດແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງຈົ່ງເພີ່ມທະວີການແລກປ່ຽນກັນ, ຊຸກຍູ້ໃຫ້ຈິດໃຈຂອງປະຊາຊົນເຊື່ອມຈອດກັນ; ຍຶດໝັ້ນຂັບເຂື່ອນການພັດທະນາດ້ວຍການປະດິດສ້າງໃໝ່, ຊຸກຍູ້ການຮ່ວມມືທີ່ຕິດແທ້ຕົວຈິງ; ລົງເລິກການພັດທະນາທີ່ເຊື່ອມໂຍງເຊື່ອມຈອດກັນ, ຊຸກຍູ້ຄວາມຈະເລີນຮຸ່ນເຮືອງຮ່ວມກັນ.

ທ່ານວິບູນ ສິດທິມໍລະດາ ຮອງປະທານສະມາຄົມນັກທຸລະກິດໜຸ່ມລາວ ກ່າວວ່າ: ກອງປະຊຸມເວທີເປິກສາຫາລືຄັ້ງນີ້ໄດ້ສ້າງເວທີສົນທະນາການຮ່ວມມືໃຫ້ແກ່ນັກທຸລະກິດຊາວໜຸ່ມຂອງປະເທດແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ, ຫວັງວ່າໃນອະນາຄົດຈະສາມາດເຮັດໃຫ້ຜົນງານການຮ່ວມມືເປັນຮູບປະທຳຕົວຈິງຕື່ມອີກ, ສ້າງຜົນປະໂຫຍດຕົວຈິງໃຫ້ແກ່ປະເທດຕ່າງໆໃນເຂດແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ.

ກອງປະຊຸມເວທີເປິກສາຫາລືໄດ້ປະກາດ “ຖະແຫຼງການຄຸນມິງກ່ຽວກັບການຮ່ວມມືລະຫວ່າງນັກທຸລະກິດໜຸ່ມຂອງປະເທດແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ”, ແລະໄດ້ບັນລຸຄວາມເປັນເອກະພາບກັນກ່ຽວກັບການສ້າງກົນໄກຮ່ວມມືລະຫວ່າງນັກທຸລະກິດໜຸ່ມຂອງປະເທດແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ທົ່ງຫຍ້າຂອງເມືອງຊີ່ອູ່ຈູ່ມູ້ຊິ້ນທີ່ສວຍງາມ

ແບ້ກາຍເປັນ “ພະນັກງານຕັດຫຍ້າ”, ການຄຸ້ມຄອງສວນຊາດ້ວຍເຕັກນິກດີຈີຕອນໄດ້ຍົກສູງຄຸນນະພາບ ແລະ ຫຼຸດຜ່ອນຕົ້ນທຶນ

ລົດຕູ້ຄອນເທັນເນີທີ່ບັນທຸກອຸປະກອນການຖ່າຍທອດສົດງານກິລາໂອລິມປິກປາຣີຂອງ CMG ໄດ້ປາກົດຕົວຢູ່ນະຄອນຫຼວງປາຣີ

ທ່ານສີຈິ້ນຜິງນຳພາການປະຕິຮູບແລະເປີດປະຕູສູ່ພາຍນອກໃນຍຸກໃໝ່

【ເບື້ຶງຫນຶ່ງແມ່ນທະເລສີຟ້າ,ອີກເບື້ອງຫນຶ່ງແມ່ນດອນສີຂຽວ】ຂ້ອຍພັກຢູ່ເຮືອນວີລາທະເລຈີນໃຕ້

【ເບື້ຶງຫນຶ່ງແມ່ນທະເລສີຟ້າ,ອີກເບື້ອງຫນຶ່ງແມ່ນດອນສີຂຽວ】ແຮງງານປູກຕົ້ນໄມ້ຢູ່ຊານຊາ

ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ

Copyright © cri.cn All Rights Reserved

Share this story on

Messenger Pinterest LinkedIn