ພາສາລາວ

ກອງປະຊຸມເວທີເປິກສາຫາລືນັກທຸລະກິດໜຸ່ມຈາກບັນດາປະເທດລຸ່ມແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງຈັດຂຶ້ນຢູ່ນະຄອນຄຸນໝິງແຂວງຢຸນນານຈີນ

CRI2024-07-23 21:08:01
Share
Share this with Close
Messenger Pinterest LinkedIn

ວັນທີ 23 ກໍລະກົດ 2024 ນີ້, ກອງປະຊຸມເວທີເປິກສາຫາລືນັກທຸລະກິດໜຸ່ມຈາກບັນດາປະເທດລຸ່ມແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງຄັ້ງທຳອິດພາຍໃຕ້ຫົວຂໍ້ “ລົງເລິກການຮ່ວມມືກັນ ແລະ ສ້າງຄວາມຈະເລີນຮຸ່ງເຮືອງຮ່ວມກັນ”ໄດ້ຈັດຂຶ້ນຢູ່ນະຄອນຄຸນໝິງ ແຂວງຢຸນນານຈີນ. ຜູ້ຕາງໜ້າອົງການຈັດຕັ້ງຊາວໜຸ່ມ ແລະ ນັກທຸລະກິດໜຸ່ມທີ່ມາຈາກ 6 ປະເທດລຸ່ມແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງໄດ້ເຂົ້າຮ່ວມກອງປະຊຸມດັ່ງກ່າວ.

ທ່ານນາງຫວາງຢີ້ ຮອງປະທານສະຫະພັນຊາວໜຸ່ມແຫ່ງຊາດຈີນໄດ້ປະກອບຄຳເຫັນໃນພິທີເປີດກອງປະຊຸມ ໂດຍຮຽກຮ້ອງໃຫ້ອົງການຈັດຕັ້ງຊາວໜຸ່ມ ແລະ ນັກທຸລະກິດໜຸ່ມຈາກບັນດາປະເທດລຸ່ມແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງເພີ່ມທະວີການແລກປ່ຽນ, ເພີ່ມຄວາມເຂົ້າໃຈກັນລະຫວ່າງປະຊາຊົນປະເທດຕ່າງໆ; ຍຶດໝັ້ນການຂັບເຄື່ອນພັດທະນາດ້ວຍການປະດິດສ້າງໃໝ່, ຊຸກຍູ້ການຮ່ວມມືທີ່ຕິດແທດຕົວຈິງ; ລົງເລິກການພັດທະນາແບບເຊື່ອມໂຍງເຊື່ອມຈອດກັນ, ຊຸກຍູ້ຄວາມຈະເລີນຮຸ່ງເຮືອງຮ່ວມກັນ.

ຜູ້ຕາງໜ້າຊາວໜຸ່ມປະເທດຕ່າງໆທີ່ເຂົ້າຮ່ວມກອງປະຊຸມເປັນເອກະພາບກັນເຫັນວ່າ, ເມື່ອຜະເຊີນໜ້າກັບສະພາບການສາກົນທີ່ສັບສົນ, ນັກທຸລະກິດໜຸ່ມຂອງບັນດາປະເທດໃນພາກພື້ນນີ້ເພີ່ມທະວີການຮ່ວມມື, ຈະມີຄວາມໝາຍທີ່ຕັ້ງໜ້າຕໍ່ການຊຸກຍູ້ສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາແບບຍືນຍົງຂອງພາກພື້ນ. ຫວັງວ່ານັກທຸລະກິດໜຸ່ມຢູ່ປະເທດລຸ່ມແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງຈົ່ງກຳແໜ້ນໂອກາດທີ່ຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ຢ່າງມີຄຸນນະພາບສູງ, ນຳໃຊ້ເວທີການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງໃຫ້ດີ, ຊຸກຍູ້ການສ້າງສາປະຊາຄົມຮ່ວມຊາຕາກຳປະເທດລຸ່ມແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງດ້ວຍຄວາມກະຕືລືລົ້ນຂອງຊາວໜຸ່ມ, ຊຸກຍູ້ໃຫ້ກົນໄກຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງກ້າວຂຶ້ນສູ່ລະດັບສູງກວ່າເກົ່າຢ່າງບໍ່ຢຸດຢັ້ງ.

ໃນກອງປະຊຸມຍັງໄດ້ເຜີຍແຜ່ “ຖະແຫຼງການຄຸນໝິງວ່າດ້ວຍການຮ່ວມມືລະຫວ່າງນັກທຸລະກິດໜຸ່ມປະເທດລຸ່ມແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ”, ໂດຍບັນລຸຄວາມເຫັນທີ່ເປັນເອກະພາບກັນກ່ຽວກັບການສ້າງກົນໄກຮ່ວມມືລະຫວ່າງນັກທຸລະກິດໜຸ່ມປະເທດແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ທົ່ງຫຍ້າຂອງເມືອງຊີ່ອູ່ຈູ່ມູ້ຊິ້ນທີ່ສວຍງາມ

ແບ້ກາຍເປັນ “ພະນັກງານຕັດຫຍ້າ”, ການຄຸ້ມຄອງສວນຊາດ້ວຍເຕັກນິກດີຈີຕອນໄດ້ຍົກສູງຄຸນນະພາບ ແລະ ຫຼຸດຜ່ອນຕົ້ນທຶນ

ລົດຕູ້ຄອນເທັນເນີທີ່ບັນທຸກອຸປະກອນການຖ່າຍທອດສົດງານກິລາໂອລິມປິກປາຣີຂອງ CMG ໄດ້ປາກົດຕົວຢູ່ນະຄອນຫຼວງປາຣີ

ທ່ານສີຈິ້ນຜິງນຳພາການປະຕິຮູບແລະເປີດປະຕູສູ່ພາຍນອກໃນຍຸກໃໝ່

【ເບື້ຶງຫນຶ່ງແມ່ນທະເລສີຟ້າ,ອີກເບື້ອງຫນຶ່ງແມ່ນດອນສີຂຽວ】ຂ້ອຍພັກຢູ່ເຮືອນວີລາທະເລຈີນໃຕ້

【ເບື້ຶງຫນຶ່ງແມ່ນທະເລສີຟ້າ,ອີກເບື້ອງຫນຶ່ງແມ່ນດອນສີຂຽວ】ແຮງງານປູກຕົ້ນໄມ້ຢູ່ຊານຊາ

ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ

Copyright © cri.cn All Rights Reserved

Share this story on

Messenger Pinterest LinkedIn