ພາສາລາວ

ກິດຈະກໍາ “ຊອກຮູ້ໂລກວິທະຍາສາດ” ຊາວໜຸ່ມເຍົາວະຊົນອາຊຽນແລະຈີນ-ຍີ່ປຸ່ນ-ສ.ເກົາຫຼີ ຄັ້ງທີ 10 ຈັດຂຶ້ນຢູ່ກໍາປູເຈຍ

CRI2024-07-23 11:20:26
Share
Share this with Close
Messenger Pinterest LinkedIn

ກິດຈະກໍາ “ຊອກຮູ້ໂລກວິທະຍາສາດ” ຫຼື Science Odyssey ສໍາລັບຊາວໜຸ່ມເຍົາວະຊົນອາຊຽນ ແລະ ຈີນ-ຍີ່ປຸ່ນ-ສ.ເກົາຫຼີ ຄັ້ງທີ 10 ເຊິ່ງເປັນກິດຈະກໍາດ້ານວິທະຍາສາດໄດ້ຈັດຂຶ້ນຢູ່ນະຄອນຊຽມຣຽບຂອງກໍາປູເຈຍລະຫວ່າງວັນທີ 2ກໍລະກົດນີ້. ນັກຮຽນມັດທະຍົມ 200 ກວ່າຄົນຈາກ 10 ປະເທດໃນອາຊຽນ ແລະ ຈີນ-ຍີ່ປຸ່ນ-ສ.ເກົາຫຼີ ຈະດໍາເນີນການຄົ້ນຄວ້າ ແລະ ປະດິດສ້າງທາງດ້ານວິທະຍາສາດໃນຫົວຂໍ້ “ແຂ່ງກັບເວລາເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດ”.

ກິດຈະກໍາ Science Odyssey ໃນປີນີ້ແມ່ນມີກະຊວງອຸດສາຫະກໍາ ແລະ ການປະດິດສ້າງດ້ານວິທະຍາສາດເຕັກໂນໂລຊີກໍາປູເຈຍ ຮ່ວມກັບສູນບຸກຄະລາກອນດ້ານວິທະຍາສາດອາຊຽນ ແລະ ຈີນ-ຍີ່ປຸ່ນ-ສ.ເກົາຫຼີ ເປັນເຈົ້າພາບຈັດຂຶ້ນ ເຊິ່ງຈະຊຸກຍູ້ການວາງແຜນແກ້ໄຂບັນຫາສິ່ງແວດລ້ອມແບບສຸກເສີນໂດຍຜ່ານການແລກປ່ຽນລະຫວ່າງໄວໜຸ່ມຜູ້ມີຄວາມຮູ້ຄວາມສາມາດຈາກ 10 ປະເທດໃນອາຊຽນ ແລະ ຈີນ-ຍີ່ປຸ່ນ-ສ.ເກົາຫຼີ.

ກິດຈະກໍາ Science Odyssey ຊາວໜຸ່ມເຍົາວະຊົນອາຊຽນ ແລະ ຈີນ-ຍີ່ປຸ່ນ-ສ.ເກົາຫຼີ ສ້າງຕັ້ງຂຶ້ນໃນປີ 2012, ມີຈຸດປະສົງເພື່ອສະໜອງເວທີແຫ່ງການຮ່ວມມືດ້ານວິທະຍາສາດເຕັກໂນໂລຊີໃຫ້ແກ່ຊາວໜຸ່ມທີ່ມີພອນສະຫວັນຂອງປະເທດທີ່ກ່ຽວຂ້ອງ, ພ້ອມທັງສົ່ງເສີມການແບ່ງປັນຄວາມຮູ້ ແລະ ປະສົບການ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ທົ່ງຫຍ້າຂອງເມືອງຊີ່ອູ່ຈູ່ມູ້ຊິ້ນທີ່ສວຍງາມ

ແບ້ກາຍເປັນ “ພະນັກງານຕັດຫຍ້າ”, ການຄຸ້ມຄອງສວນຊາດ້ວຍເຕັກນິກດີຈີຕອນໄດ້ຍົກສູງຄຸນນະພາບ ແລະ ຫຼຸດຜ່ອນຕົ້ນທຶນ

123全文 3 下一页

Share this story on

Messenger Pinterest LinkedIn