ພາສາລາວ

ທ່ານຫງວຽນຟູຈອງພັກປິ່ນປົວພະຍາດ, ທ່ານໂຕເລິ່ມ ປະທານປະເທດຮັບຜິດຊອບຊີ້ນຳວຽກງານຂອງກົມການເມືອງສູນກາງພັກຄອມມູນິດຫວຽດນາມ

cri2024-07-19 16:56:04
Share
Share this with Close
Messenger Pinterest LinkedIn

ວັນທີ 18 ກໍລະກົດນີ້, ນັກຂ່າວວິທະຍຸໂທລະພາບສູນກາງຈີນ ຫຼື CMG ລາຍງານວ່າ: ກົມການເມືອງສູນກາງພັກຄອມມູນິດຫວຽດນາມ, ຄະນະເລຂາທິການສູນກາງພັກ, ສະຫາຍການນຳຕົ້ນຕໍທຸກທ່ານ ແລະເລຂາທິການສູນກາງພັກໄດ້ຊີ້ນຳໂດຍກົງໃຫ້ອົງການວິຊາການຕ່າງໆສັບຊ້ອນສາສະດາຈານ, ແພດໝໍ, ພະຍາບານ ແລະ ຜູ້ຊ່ຽວຊານຊັ້ນນຳ ເພື່ອສ້າງເງື່ອນໄຂທີ່ດີທີ່ສຸດໃຫ້ທ່ານຫງວຽນຟູຈອງ ເລຂາທິການໃຫຍ່ທີ່ກຳລັງປິ່ນປົວແລະຟື້ນຟູສຸຂະພາບໃຫ້ແຂງແຮງຂຶ້ນໂດຍໄວ.

ມາຮອດປັດຈຸບັນ, ຍ້ອນວ່າຕ້ອງວາງບູລິມະສິດຈັດສັນເວລາໃຫ້ທ່ານ ຫງວຽນຟູຈອງໄດ້ຮັບການປິ່ນປົວຢ່າງຕັ້ງໜ້າກ່ອນ ແລະເພື່ອຮັບປະກັນຄວາມຮຽກຮ້ອງຕ້ອງການຂອງວຽກງານການຊີ້ນຳ ແລະການຄຸ້ມຄອງຂອງຄະນະກຳມະການສູນກາງພັກຄອມມູນິດຫວຽດນາມ, ກົມການເມືອງສູນກາງພັກ ແລະຄະນະເລຂາທິການສູນກາງພັກ, ອີງຕາມລະບຽບການເຮັດວຽກ ຂອງຄະນະກຳມະການສູນກາງພັກຄອມມູນິດຫວຽດນາມຊຸດທີ13, ກົມການເມືອງສູນກາງພັກ ແລະ ຄະນະເລຂາທິການສູນກາງພັກ, ປັດຈຸບັນ, ກົມການເມືອງສູນກາງພັກໄດ້ອອກຄຳສັ່ງໃຫ້ທ່ານໂຕເລິ່ມ ກຳມະການກົມການເມືອງສູນກາງພັກຄອມມູນິດຫວຽດນາມ, ປະທານປະເທດ ຮັບຜິດຊອບວຽກງານຂອງຄະນະກຳມະການສູນກາງພັກຄອມມູນິດຫວຽດນາມ, ກົມການເມືອງສູນກາງພັກ ແລະ ຄະນະເລຂາທິການສູນກາງພັກ ອີງຕາມໜ້າທີ່ຄວາມຮັບຜິດຊອບແລະສິດທີ່ກົມການເມືອງສູນກາງພັກກຳນົດໄວ້.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ທົ່ງຫຍ້າຂອງເມືອງຊີ່ອູ່ຈູ່ມູ້ຊິ້ນທີ່ສວຍງາມ

123全文 3 下一页

Share this story on

Messenger Pinterest LinkedIn